3 ພາກສ່ວນ ຮ່ວມເຊັນສັນຍາ ສ້ອມແປງ ແລະ ປັບປຸງພື້ນຖານໂຄງລ່າງ ດ້ານກະສິກຳ ແລະ ຍທຂ ຢູ່ໄຊຍະບູລີ

360

ພິທີເຊັນສັນຍາການສ້ອມແປງສຸກເສີນໄລຍະສັ້ນ 2 ຂະແໜງການ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ກັບກຸ່ມບໍລິສັດລາວໃຕ້ການຄ້າ ແລະ ການລົງທຶນຈໍາກັດ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາ 2021 ນີ້ທີ່ຫ້ອງປະຊຸມຊັ້ນ 2 ພະແນກກະສິກໍາ ແລະ ປ່າໄມ້ແຂວງ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ໂຄງການສ້ອມແປງສຸກເສີນໄລຍະສັ້ນ ໂຄງການຊົນລະປະທານທີ່ຖືກຜົນກະທົບຈາກພາຍຸ ໂຄກຸມາ ມີ 7 ເມືອງຄື: ເມືອງໄຊຍະບູລີ ມີ 9 ໂຄງການຄື: ໂຄງການນາຍາວ, ມີໄດສູບນໍ້າ ບ້ານນາຍາວ, ສ້ອມແປງຕໍມໍ, ເສົ້າຄໍ້າທໍ່ວາງທໍ່ຕາມແລວເກົ່າ ແລະ ໃສ່ທໍ່ຄອງທີ່ຂາດຍາວ 42 ແມັດ, ໂຄງການນາລາ ບ້ານນາລາ ມີສ້ອມແປງລະບົບຕູ້ບັງຄັບ ແລະ ມໍເຕີສູບນໍ້າຄືນໃໝ່, ອ່າງຫ້ວຍແຄ່ນ ບ້ານນາຄູນ ໃສ່ທໍ່ເຫຼັກ, ເສົາຄໍ້າ, ດິນຖົມ ແລະ ທໍ່ລະບາຍ, ໂຄງການຫ້ວຍໂງ່ເບີ 1 ບ້ານປົ່ງ, ສີມຸງຄຸນ ປະກອບມີການສ້ອມແປງຫົວງານ ແລະ ລະບົບຄອງເໝືອງ, ໂຄງການຫ້ວຍແດກ 3 ບ້ານນາງີ້ວ ຍົກລະດັບກໍ່ສ້າງເປັນຝາຍຖາວອນ, ໂຄງການນໍ້າປີງ ບ້ານນາມອນ ຍົກລະດັບກໍ່ສ້າງເປັນຝາຍຖາວອນ, ໂຄງການນໍ້າທັງ ບ້ານນາທັງ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ, ໂຄງການນໍ້າແດກ 1 ບ້ານນາງີ້ວ ລອກຕະກອນໜ້າອ່າງ ແລະ ສ້ອມແປງຝາປິກ. ເມືອງຄອບມີ 3 ໂຄງການຄື

ໂຄງການນໍ້າປາຍ 2 ບ້ານໂພນສະຫວ່າງ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ, ໂຄງການຫ້ວຍພະ ບ້ານຫ້ວຍພະນ້ອຍ ສ້ອມແປງຫົວງານ ແລະ ລະບົບຄອງເໝືຶອງ, ໂຄງການນໍ້າປາຍ 3 ບ້ານດອນຕັນ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ. ເມືອງຊຽງຮ່ອນ ມີ 2 ໂຄງການຄື: ໂຄງການຮ່ອງຄໍ້າ ບ້ານຄໍ້າ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ, ໂຄງການນໍ້າງື່ມ 3 ບ້ານສີນັກໄຊ້ ສ້ອມແປງລະບົບຄອງເໝືອງ.

.

ເມືອງຫົງສາມີ 3 ໂຄງການຄື: ໂຄງການສີສຸພັນ, ຝາຍນໍ້າຕັບກິ່ວສາລາ ບ້ານນໍ້າຕັບ, ບ້ານກິ່ວ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ, ໂຄງການນໍ້າຍອນ ບ້ານຫ້ວຍຈວງ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ, ໂຄງການຫ້ວຍສິ່ງ 2 ບ້ານປາກຫ້ວຍຍາງ ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ. ເມືອງພຽງມີ 3 ໂຄງການຄື: ໂຄງການນໍ້າຕອມ ບ້ານກາງ ປັບປຸງທາດລະບາຍຊາຍ, ຂຸດລອກຕະກອນໜ້າອ່າງ ແລະ ສ້ອມແປງທ້າຍຝາຍຄືນໃໝ່, ໂຄງການຝາຍນາໃໝ່+ນໍ້າມູນ 2 ບ້ານໂພນສະອາດ ກໍ່ສ້າງ-ສ້ອມແປງຫົວງານຄືນໃໝ່. ເມືອງແກ່ນທ້າວມີ 1 ໂຄງການຄື: ໂຄງການນໍ້າຕໍາ ບ້ານນາບອນ ສ້ອມແປງຄອງເໝືອງ. ເມືອງໄຊສະຖານມີ 1 ໂຄງການຄື: ໂຄງການນໍ້າໂພະ 1 ບ້ານມີໄຊ ສ້ອມແປງຫົວງານ ລວມມູນຄ່າທັງໝົດ 11 ຕື້ 649 ລ້ານກວ່າກີບ.

ສ່ວນການກໍ່ສ້າງສ້ອມແປງສຸກເສີນໄລຍະສັ້ນພະແນກ ຍທຂ ແມ່ນສ້ອມແປງເສັ້ນທາງ ເມືອງໄຊສະຖານ ຈໍານວນ 7 ເສັ້ນ, ສ້ອມແປງຂົວອູ່ ບ້ານນາຕໍນ້ອຍ ຫາ ບ້ານນາຕໍໃຫຍ່ ຈໍານວນ 1 ແຫ່ງ ລວມມູນຄ່າການກໍ່ສ້າງທັງ 2 ຂະແໜງການໄລຍະສັ້ນມີທັງໝົດ 14 ຕື້ 710 ລ້ານກີບ ໂດຍແມ່ນທຶນງົບປະມານບ້ວງເງິນແຮລັດຖະບານມອບໃຫ້ ກຸ່ມບໍລິສັດ ລາວໃຕ້ການຄ້າ ແລະ ການລົງທຶນ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງຈະເລີ່ມກໍ່ສ້າງສ້ອມແປງໃນເດືອນຕຸລາ ປີ 2021 ຫາເດືອນມີນາ 2022 ກໍານົດ 6 ເດືອນໃຫ້ສໍາເລັດ.

.
ຕອນທ້າຍ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ, ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ແສງຈັນ ໝັ້ນແສນສຸກ ປະທານກຸ່ມບໍລິສັດລາວໃຕ້ການຄ້າ ແລະ ການລົງທຶນ ຈໍາກັດ ໃນນາມຜູ້ຮັບເໝົາກໍ່ສ້າງ ໄດ້ຮ່ວມກັນເຊັນບົດບັນທຶກການກໍ່ສ້າງທັງ 2 ຂະແໜງຢ່າງເປັນທາງການ ໂດຍເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍແຂກທີ່ເຂົ້າຮ່ວມ.