ການຈັດຕັ້ງກີລາ-ກາຍຍະກໍາທາງສັງຄົມ ແລະ ໜ້າທີ່ຂອງ ຄອລ ໃນກົດໝາຍ ກີລາ-ກາຍຍະກໍາ

314

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ການຈັດຕັ້ງກີລາ-ກາຍຍະກໍາທາງສັງຄົມ ດັ່ງນີ້:
#ພາກທີ IV ການຈັດຕັ້ງກີລາ-ກາຍຍະກໍາທາງສັງຄົມ
+ມາດຕາ 70 (ໃຫມ່) ການຈັດຕັ້ງກີລາ-ກາຍຍະກໍາທາງສັງຄົມ
ການຈັດຕັ້ງກີລາ-ກາຍຍະກໍາທາງສັງຄົມ ປະກອບດ້ວຍ:

1. ຄະນະກໍາມະການໂອແລມປິກແຫ່ງຊາດລາວ;
2. ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ;
3. ສະຫະພັນກີລາ-ກາຍຍະກໍາ;
4. ສະຫະພັນກີລາມະຫາວິທະຍາໄລລາວ;
5. ສະຫະພັນກີລານັກຮຽນສາມັນລາວ;

6. ສະມາຄົມກີລາ-ກາຍຍະກໍາ;
7. ສະໂມສອນກີລາ-ກາຍຍະກໍາ.
+ຫມວດທີ 1 ຄະນະກໍາມະການໂອແລມປິກແຫ່ງຊາດລາວ
+ມາດຕາ 71 ຄະນະກໍາມະການໂອແລມປິກແຫ່ງຊາດລາວ
ຄະນະກໍາມະການໂອແລມປິກແຫ່ງຊາດລາວ ມີຊື່ຫຍໍ້ວ່າ “ຄອລ” ເປັນອົງການຈັດຕັ້ງສັງຄົມ ກ່ຽວກັບ ກີລາ-ກາຍຍະກໍາ ຊຶ່ງເປັນຕົວແທນໃຫ້ແກ່ ສປປ ລາວ ໃນການເຂົ້າຮ່ວມຂະບວນການເຄື່ອນໄຫວກີລາໂອ ແລມປິກ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ມີພາລະບົດບາດພັດທະນາກີລາ-ກາຍຍະກໍາ ເພື່ອນໍາເອົາຊື່ສຽງກຽດສັກສີ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນໃນເວທີສາກົນ.

+ມາດຕາ 72 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ
ຄະນະກໍາມະການໂອແລມປິກແຫ່ງຊາດລາວ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ເຂົ້າຮ່ວມການສ້າງຕັ້ງ ແລະ ພັດທະນາຂະບວນການກີລາ-ກາຍຍະກໍາພາຍໃນປະເທດ;
2. ໂຄສະນາ ເຜີຍແຜ່ ໃຫ້ສັງຄົມ ຮູ້ໄດ້ຄຸນປະໂຫຍດຂອງກີລາ-ກາຍຍະກໍາ, ມີຄວາມສາມັກ ຄີ ແລະ ມີນ້ໍາໃຈນັກກີລາ;
3. ສະຫນັບສະຫນູນສະຫະພັນກີລາແຫ່ງຊາດ, ຂະແຫນງການ ແລະ ທ້ອງຖິ່ນ;

4. ຄຸ້ມຄອງ ແລະ ນໍາໃຊ້ເງິນຊ່ວຍເຫຼືອ, ອຸປະຖໍາຈາກອົງການໂອແລມປິກ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຕາມລະບຽບການ;
5. ປະສານສົບທົບກັບກະຊວງສຶກສາທິການ ແລະ ກີລາ ເພື່ອພັດທະນາກີລາ-ກາຍຍະກໍາ ປະເພດຕ່າງໆໃຫ້ໄດ້ຕາມມາດຕະຖານສາກົນ;
6. ສົມທົບກັບກະຊວງສຶກສາທິການ ແລະ ກີລາ ກຽມເຂົ້າຮ່ວມງານແຂ່ງຂັນກີລາ-ກາຍຍະກໍາ ໃນລະດັບ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຫຼື ການເປັນເຈົ້າພາບງານກີລາ-ກາຍຍະກໍາ ລະດັບຕ່າງໆ;
7. ເຂົ້າຮ່ວມເຄື່ອນໄຫວກິດຈະກໍາກີລາ-ກາຍຍະກໍາ ທີ່ຄະນະກໍາມະການໂອແລມປິກສາກົນ ຮັບຮອງ ແລະ ວາງອອກ ເຊັ່ນ ຊີເກມ, ເອຊຽນເກມ, ອິນດ໌ເກມ, ພາຣາແລມປິກເກມ, ໂອແລມປິກເກມ;
8. ເປັນຕົວແທນຂອງຊາດ ໃນການເຄື່ອນໄຫວ, ພົວພັນຮ່ວມມືກັບການຈັດຕັ້ງກີລາໂອ ແລມປິກຂອງຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;

9. ໄດ້ຮັບຄັດເລືອກເຂົ້າໃນຄະນະບໍລິຫານງານຄະນະກໍາມະການໂອແລມປິກ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
10. ຮຽກໂຮມປະຊຸມຄະນະບໍລິຫານງານຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ເຂົ້າຮ່ວມປະຊຸມຄະນະບໍລິຫານງານຄະນະກໍາມະການໂອແລມປິກອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
11. ສະຫຼຸບ ແລະ ລາຍງານການເຄື່ອນໄຫວຽກງານກີລາ-ກາຍຍະກໍາ ໃຫ້ຂັ້ນເທິງຂອງຕົ້ນ ຢ່າງເປັນປົກກະຕິ;
12. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
ຂ່າວ: ຫຼ້າ ຄັດຈາກ ກົດໝາຍກີລາ-ກາຍຍະກໍາ ສະບັບປັບປຸງ