ຄຳສັ່ງຂໍ້ທີ 13 ຂອງເຈົ້າຄອງ ຫ້າມໂຄສະນາ ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນ ທາງລົບຕໍ່ສັງຄົມ

370

ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງເລກທິ016/ວນຈ ລົງວັນທີ19ກັນຍາ 2021 ເລື່ອງມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ19 – 30 ກັນຍາ 2021.

ໂດຍໄດ້ຮັບການເຫັນດີຈາກລັດຖະບານ ກໍຄືຄະນະສະເພາະກິດ ຂັ້ນສູນກາງ ຕາມທີ່ລະບຸໄວ້ ໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1187/ຫສນຍ, ລົງວັນທີ 18 ກັນຍາ 2021. ສະນັ້ນ ເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງ 19 ຂໍ້

ໃນນີ້ຂໍ້ທີ13 ແມ່ນຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບ ໃດຫນຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນ ທາງລົບຕໍ່ສັງຄົມ. ໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ ແລະ ດໍາເນີນມາດຕະການຕໍ່ຜູ້ ລະເມີດ ຢ່າງເຂັ້ມງວດ.

ຂໍ້ທີ17 ມາດຕະການຕໍ່ຜູ້ລະເມີດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະ ສະເພາະກິດຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງສະບັບນີ້ ຕ້ອງຖືກປັບໄຫມ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້: ບຸກຄົນລະເມີດ ໃຫ້ປັບໄຫມ 3.000.000 ກີບ/ຄົນ/ຄັ້ງ; ນິຕິບຸກຄົນລະເມີດ: ໃຫ້ປັບໄຫມ 10.000.000 ກີບ/ນິຕິບຸກຄົນ/ຄັ້ງ. ມອບໃຫ້ກໍາລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການ ປັບໄຫມ, ສັ່ງໂຈະ ຫຼື ສັ່ງປິດກິດຈະການ ແລະ ກ້າວໄປເຖິງດໍາເນີນຄະດີຕາມລະບຽບກົດຫມາຍ ຕາມ ກໍລະນີ ເເຕ່ເບົາ ຫາຫນັກ.

.