ມື້ນີ້ຕິດເຊື້ອທັງໝົດ 371 ຄົນ, ນະຄອນຫຼວງວຽງຈັນຍັງໜ້າຫ່ວງຕິດເຊື້ອໃນຊຸມຊົນ 225 ຄົນ

0
553

ສະຖານະການໂຄວິດ 19 ມື້ນີ້ ວັນທີ 19 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ທັງໝົດ 371 ຄົນ ຊຸມຊົນ 303 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 225 ຄົນ, ຮອງລົງມາແມ່ນ 27 ຄົນ

ທ່ານ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ 19 ວ່າ

ມາຮອດວັນທີ 19 ກັນຍາ 2021 ລາວເຮົາໄດ້ກວດວິເຄາະເຊື້ອທັງໝົດ 5.318 ຄົນ ພົບຜູ້ຕິດເຊື້ອໃໝ່ 371 ຄົນ, ນໍາເຂົ້າ 68 ຄົນ ຈາກ ສະຫວັນນະເຂດ 42 ຄົນ, ສາລະວັນ 13 ຄົນ, ຈໍາປາສັກ 10 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ

ສໍາລັບການຕິດເຊື້ອໃນຊຸມຊົນ 303 ຄົນ ນະຄອນຫຼວງວຽງຈັນ 255 ຄົນ, ຄໍາມ່ວນ 27 ຄົນ, ຈໍາປາສັກ 26 ຄົນ, ຫຼວງພະບາງ 14 ຄົນ, ບໍ່ແກ້ວ 8 ຄົນ ແລະ ສະຫວັນນະເຂດ 3 ຄົນ

ມາຮອດປະຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19.185 ຄົນ, ເສຍຊີວິດສະສົມ 16 ຄົນ, ປິ້ນປົວຢູ່ືັງໝົດ 4.184 ຄົນ

LEAVE A REPLY

Please enter your comment!
Please enter your name here