ຈຳປາສັກ ສັ່ງຫ້າມກັກຕຸນ ແລະຂຶ້ນລາຄາສິນຄ້າ ຫາກຝ່າຝືນຈະລົງໂທດຕາມກົດໝາຍ

450

ຈາກການລະບາດຂອງພະຍາດໂຄວິດ-19 ທີ່ບໍ່ຢຸດນີ້ງໃນແຂວງຈຳປາສັກ ແລະຍັງມີທ່າອຽງເພີ່ມຂຶ້ນໃນແຕ່ລະວັນ ໂດຍມື້ນີ້(17 ກັນຍາ) ມີຕິດໃນຊຸມຊົນອີກ 44 ກໍລະນີ, ເພື່ອຈັດການກັບບັນຫາດັ່ງກ່າວ ແຂວງໄດ້ສັ່ງໃຫ້ລັອກດາວເປັນເວລາ 15 ວັນຕໍ່ຈາກນີ້ ເຊິ່ງຄຳສັ່ງເລີ່ມມີຜົນແຕ່ເວລາ 20:00 ຂອງວັນທີ 16 ກັນຍາເປັນຕົ້ນມາ ໃນນີ້ແມ່ນໄດ້ເນັ້ນຢ້ຳບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ແລະບໍ່ໃຫ້ກັກຕຸນ ຫາກພົບເຫັນຈະດຳເນີນການຕາມລະບຽບກົດໝາຍຢ່າງເຄັ່ງຂັດ.

ໃນແຈ້ງການແມ່ນໃຫ້ສືບຕໍ່ປິດກິດຈະການຫ້ອງກວພະຍາດເອກະຊົນ, ຮ້ານກິນດື່ມທຸກປະເພດ, ຮ້ານຂາຍຫມາກໄມ້ແຄມທາງທຸກຢ່າງ ລວມໄປເຖິງ ຄິວລົດໂດຍສານພາຍໃນແຂວງ ແລະ ຕ່າງແຂວງ, ສະຖານທີ່ທ່ອງທ່ຽວຕ່າງໆ ແຕ່ເຫັນດີອະນຸຍາດໃຫ້ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ຕະຫລາດສົດໃນນະຄອນປາກເຊ ເຊັ່ນ: ຕະຫຼາດໃຫມ່ປາກເຊ (ຕະຫລາດດາວເຮືອງ), ຕະຫຼາດສະບາຍດີ, ຕະຫຼາດມີໄຊ (ທ່າຫີນ) ສູນການຄ້າຂະຫນາດໃຫຍ່ໃນເທສະບານນະຄອນປາກເຊ ເປີດບໍລິການໄດ້ ແຕ່ທໍາຄວາສະອາດພົ່ນຢາຂ້າເຊື້ອຫລັງຈາກປີດບໍລິການ, ປະຕິບັດຕາມໂມງເວລາ ຄື: ແຕ່ 6ເຊົ້າ- 12ໂມງ(ທ່ຽງ).


ຫ້າມກັກຕຸນ, ຂຶ້ນລາຄາສິນຄ້າທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ: ຜ້າປິດປາກ-ດັງ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະສິນຄ້າອຸປະໂພກ-ບໍລິໂພກທີ່ກະທົບໄວຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນ; ຖ້າຫາກມີຜູ້ລະເມີດ ແມ່ນຖືກດໍາເນີນມາດຕະການຕາມລະບຽບການ.

ທັງໝົດນີ້ແມ່ນມອບໃຫ້ກອງບັນຊາການຂັ້ນແຂວງ, ນະຄອນປາກເຊ, 9 ເມືອງ ເພີ່ມທະວີການກວດກາຄວາມເປັນລະບຽບຮຽບຮ້ອຍ ພ້ອມດຽວກັນນີ້ ເພື່ອປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ ແລະ ຄວາມຫມັ້ນຄົງຂອງ ປະເທດຊາດ, ອົງການປົກຄອງແຂວງ ຈຶ່ງຈໍາເປັນຕ້ອງປະກາດໃຊ້ຄໍາສັ່ງສະບັບນີ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມປະຕິບັດດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ.