ດ່ວນ! ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທີ່ທຸກຝ່າຍຕ້ອງປະຕິບັດ

1754

ດັ່ງທີ່ຮູ້ກັນດີແລ້ວວ່າ ປັດຈຸບັນແຮງງານທີ່ກັບມາຈາກປະເທດໃກ້ຄຽງແມ່ນຫຼຸດນ້ອຍລົງຕາມລຳດັບ ແຕ່ກັບພົບຜູ້ຕິດເຊື້ອໃນຊຸມຊົນສູງຂຶ້ນໃນແຕ່ລະວັນ ໃນຫຼາຍເຂດ, ແຂວງ ໂດຍສະເພາະ ຈຳປາສັກ, ຄຳມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຊິ່ງຕາມການກວດສອບເຖິງສາເຫດແລ້ວແມ່ນມາຈາກການຈັດການຂອງແຕ່ລະທ້ອງຖິ່ນເອງທີ່ຍັງມີການລະເມີດມາດຕະການຕ່າງໆ

ຍ້ອນສາເຫດດັ່ງກ່າວນັ້ນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງອອກແຈ້ງການເລກທີ 1177/ຫສນຍ ລົງວັນທີ 15 ກັນຍາ 2021 ໂດຍເນັ້ນການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 16-30 ກັນຍາ 2021.

ແຈ້ງການດັ່ງກ່າວລະບຸວ່າ: ມາຮອດວັນທີ 15 ກັນຍາ 2021 ສະພາບການລະບາດ ຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນ ແລະ ຈະກ້າວ ລະດັບ 2. ພ້ອມດຽວກັນນັ້ນ ຢູ່ບາງແຂວງ ຈະກ້າວສູ່ລະດັບ 3 ເຊັ່ນ: ແຂວງຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ, ເຊິ່ງທ້ອງຖິ່ນເຫຼົ່ານີ້ ເຖິງແມ່ນວ່າ ການຕິດເຊື້ອທີ່ມາຈາກຕ່າງປະເທດໄດ້ຫຼຸດລົງກໍຕາມ, ແຕ່ການລະບາດໃນຊຸມຊົນ ແມ່ນຍັງແຜ່ລາມເປັນວົງກວ້າງ.

ສາເຫດຕົ້ນຕໍ ຂອງການຕິດເຊື້ອໃນຊຸມຊົນ ແມ່ນການ ເດີນທາງໄປມາລະຫວ່າງທ້ອງຖິ່ນຕໍ່ທ້ອງຖິ່ນ ໂດຍສະເພາະໃນທ້ອງຖິ່ນທີ່ມີການລະບາດໃນຊຸມຊົນ ແລະ ການດໍາເນີນກິດຈະກໍາຕ່າງໆໃນສັງຄົມຢູ່ຫຼາຍບ່ອນ ຂອງການຈັດຕັ້ງ ແລະ ບຸກຄົນຈໍານວນຫນຶ່ງ ບໍ່ທັນປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ໄດ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ.
ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເພີ່ມ ຄວາມເຂັ້ມງວດ ໃນການປະຕິບັດ ສໍາລັບໄລຍະ 15 ວັນຕໍ່ຫນ້າ ໂດຍເລີ່ມແຕ່ ເວລາ 00:00 ໂມງ ຂອງວັນທີ 16 ກັນຍາ ຫາ ເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021.

ແຈ້ງການຍັງລະບຸມາດຕະການຫ້າມ ແລະ ຜ່ອນຜັນ ແມ່ນໃຫ້ສືບຕໍ່ປະຕິບັດຕາມແຈ້ງການ ສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021. ສ່ວນມາດຕະການຜ່ອນຜັນໃຫມ່, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານການສຶກສາ ແມ່ນເຫັນດີ ໃຫ້ປິດການຮຽນການສອນ ສໍາລັບການສຶກສາທຸກຊັ້ນ ທຸກສາຍ ແລະ ສືບຕໍ່ເລື່ອນການສອບເສັງຄັດເລືອກເຂົ້າຮຽນ ສາຍອາຊີວະສຶກສາ, ສ້າງຄູ, ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ ມີການລະບາດໃນຊຸມຊົນ

ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ດໍາເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບ ຄຸມການລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນ ແຂວງ, ນະຄອນຫຼວງວຽງຈັນ.

ສໍາລັບມາດຕະການຕໍ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນໃຫ້ດໍາເນີນຕາມກົດຫມາຍ ແລະ ລະບຽບການ ກ່ຽວຂ້ອງ ຕາມແຕ່ກໍລະນີ ຫນັກ ຫຼື ເບົາ.