ເປັນຫ່ວງ! ຈຳປາສັກຕິດເຊື້ອໃນຊຸມຊົນມື້ນີ້ສູງເຖິງ 104 ຄົນ

637

ໃນຫຼາຍວັນຜ່ານມານີ້ ຈະເຫັນໄດ້ວ່າທີ່ແຂວງຈຳປາສັກແມ່ນຕິດເຊື້ອໃນຊຸມຊົນຂ້ອນຂ້າງສູງ ຈາກທີ່ຜ່ານມາມີແຕ່ແຮງງານທີ່ນຳເຂົ້າ, ເຊິ່ງວ່າປັດຈຸບັນນີ້ຕົວເລກຂອງແຮງງານທີ່ກັບມາໃນແຕ່ລະວັນແມ່ນມີ ຫຼຸດນ້ອຍຖອຍລົງຕາມລຳດັບ ແລະ ຫຼ້າສຸດນີ້ມີແຮງງານທີ່ກັບຈາກປະເທດໃກ້ຄຽງມີພຽງແຕ່ 25 ຄົນ ແຕ່ການຕິດເຊື້ອໃນຊຸມຊົນພັດມີຫຼາຍເຖິງ 104 ກໍລະນີ.

ວັນທີ 15 ກັນຍາ 2021 ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ໄດ້ລາຍງານວ່າ: ສຳລັບແຂວງຈຳປາສັກແມ່ນພົບຜູ້ຕິດເຊື້ອໃໝ່ 113 ຄົນ ແຕ່ທີ່ໜ້າເປັນຫ່ວງແມ່ນຕິດໃນຊຸມຊົນແມ່ນ 104 ຄົນ ໃນນັ້ນຫຼາຍທີ່ສຸດແມ່ນນະຄອນປາກເຊ ແລະ ຄືທີ່ໄດ້ລາຍງານໄປໃນແຕ່ລະວັນສຳລັບການຕິດເຊື້ອລາຍໃຫຍ່ແມ່ນຈາກທີ່ການຈັດງານສົບທີ່ມີຜູ້ຕິດເຊື້ອຮ່ວມງານດັ່ງກ່າວ ແລະ ເຮັດໃຫ້ເຊື້ອດັ່ງກ່າວແຜ່ລາມໄປເປັນວົງກວ້າງ.

ທ່ານຍັງໄດ້ກ່າວອີກວ່າ: ຕໍ່ກັບສະພາບການລະບາດຂອງໂຄວິດ-19 ທີ່ນະຄອນປາກເຊທີ່ເຫັນໄດ້ວ່າມີທ່າອ່ຽງທີ່ຈະແຜ່ລາມໄປແຮງກວ່ານີ້ ດັ່ງນັ້ນ, ມາດຕະການທີ່ດີທີ່ສຸດທີ່ຈະເຮັດໄດ້ແມ່ນຕ້ອງໄດ້ລັອກດາວແຂວງຈຳປາສັກໃນຈຳນວນ 9 ເມືອງ ແລະ 1 ນະຄອນ ເພື່ອຈະເປັນຊ່ອງທາງໃນການແກ້ໄຂຕໍ່ການລະບາດຂອງເຊື້ອໂຄວິດ ເຊິ່ງປັດຈຸບັນຕົວເລກຕິດເຊື້ອສະສົມທົ່ວແຂວງແມ່ນ 4.380 ຕິດເຊື້ອໃນຊຸມຊົນສະສົມ 626 ຄົນ ( ຄາດວ່າຍັງຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ).