ຈຳປາສັກ ປິ່ນປົວຫາຍດີຈາກໂຄວິດ-19ແລ້ວ 3.700 ກວ່າຄົນ

461

ຕາມການລາຍງານຂອງໂຮງໝໍແຂວງ ຈຳປາສັກ ຕົວເລກຜູ້ຫາຍດີຈາກການຕິດເຊື້ອໂຄວິດ-19 ມາຮອດຂະນະນີ້ແມ່ນລວມແລ້ວ 3.700 ກວ່າຄົນ ບາງວັນມີເກືອບ 200 ຄົນໄດ້ອອກຈາກໂຮງໝໍໂດຍສ່ວນຫຼາຍແລ້ວແມ່ນຜູ້ທີ່ປິ່ນປົວຢູ່ສູນໂຮງໝໍສະໜາມວິທະຍາໄລການເງິນພາກໃຕ້ ແລະ ສູນມະຫາວິທະຍາໄລ ຈຳປາສັກ (ມຈ)


ໃນວັນທີ 13 ກັນຍາ 2021 ໂຮງໝໍພາກສະໜາມວິທະຍາໄລການເງີນພາກໃຕ້ໄດ້ ປີ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີຈໍານວນ 116 ຄົນ ແລະໄດ້ມີການສົ່ງຕົວໃຫ້ເມືອງ ເພື່ອຈຳກັດບໍລິເວນຕໍ່ທີ່ສູນຈຳກັດບໍລິເວນຂອງແຕ່ລະເມືອງອິກ14ວັນ ຈຶ່ງກັບຫາຄອບຄົວ ຢ່າງສົມບູນ.


ທີມແພດໄດ້ເນັ້ນໜັກແກ່ເຂົາເຫຼົ່ານັ້ນວ່າ: ເຖິງແມ່ນວ່າຈະກັບໄປຈາກທີ່ສູນແຫ່ງນີ້ແລ້ວ ກໍ່ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູ ຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ພ້ອມນີ້, ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ພາຍໃນແຂວງຈຳປາສັກ ມາຮອດວັທີ 13 ກັນຍາ 2021 ແມ່ນມີ ຜູ້ຕິດເຊື້ອສະສົມ 4.254 ຄົນ, ຍັງຄ້າງສູນປິ່ນປົວ 475 ຄົນ, ປິ່ນປົວດີສະສົມ 3.776 ຄົນ.
( ຂໍ້ມູນ 13 ກັນຍາ 2021)