ເຕືອນ! ຫຼາຍຄົນທີ່ໄປສະຖານທີ່ສ່ຽງຕ້ອງຕິດຕາມອາການໃຫ້ດີ ລາຍລະອຽດ 24 ຄົນ ຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ

1114

ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ -19 ຖະແຫຼງຂ່າວ ກ່ຽວກັບຜູ້ຕິດເຊື້ອໂຄວິດ19 ປະຈຳວັນທີ 14 ກັນຍາ 2021

ສປປລາວ ໄດ້ກວດວິເຄາະຫາເຊື້ອທັງໝົດ 3985 ຄົນ ພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 127 ຄົນ, ນຳເຂົ້າ 73 ຄົນ ສະຫວັນນະເຂດ 24 ຄົນ, ນະຄອນຫຼວງວຽງຈັນ 11 ຄົນ, ຄຳມ່ວນ 30 ຄົນ, ສາລະວັນ 6 ຄົນ, ຫຼວງພະບາງ 2 ຄົນ
ຜູ້ຕິດເຊື້ອໃນຊຸມຊົນ 54 ຄົນ ເຊິ່ງມີລາຍລະອຽດ ແລະ ສະຖານມທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້

ນະຄອນຫຼວງວຽງຈັນ 9 ຄົນ
ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ເມືອງ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:
ຄອບຄົວທີ່ 01 ຕິດເຊື້ອ ມີ 03 ຄົນ (ຄຳສະຫວາດ 02 ຄົນ, ໂນນຄໍ້ 1, ມ. ໄຊເສດຖາ), ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 07/09/2021
ຄອບຄົວທີ່ 02 ຕິດເຊື້ອ ມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງ ສີໂຄດຕະບອງ, ບ້ານ ຢູ່ປັດຈຸບັນ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09/09/2021

ຄອບຄົວທີ່ 03 ຕິດເຊື້ອ ມີ 04 ຄົນ, ບ້ານ ດອນຂາຊ້າຍ ເມືອງ ຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10/09/2021
ປັດຈຸບັນ ລາວເຮົາມີຜູ້ຕິດເຊື້ອໂຄວິດ19 ສະສົມ 17.682 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ກຳລັງປິ້ນປົວ 4.414 ຄົນ
ບ້ານແດງໃໝ່ໃນນະຄອນຫຼວງ 3 ບ້ານຄື ບ້ານ ຄຳສະຫວາດ ເມືອງ ໄຊເສດຖາ, ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ, ບ່ານ ດອນຂາຊ້າຍ ເມືອງຫາດຊາຍຟອງ
ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ປະຈຳວັນທີ 14 ກັນຍາ 2021

ພະແນກຊັບພະຍາກອນນະຄອນຫຼວງ ດົງໝາກຄາຍ (ລະຫວ່າງວັນທີ 7 ຫາ ວັນທີ 10/9/21)
ຮ້ານອາເມຊອນ ສາຂາທາດຫຼວງ (ວັນທີ 11/9/21)
ຮ້ານໂປກິ ເກົາຫຼີຢູ່ແຖວ ດົງໂດກ (ວັນທີ 11/9/21)
ບໍລິສັດຮຸ່ງອາລຸນ ສາຂາບ້ານທ່າດິນແດງ (ວັນທີ 13/9/21)

ຮ້ານ Mini BigC ສາຂາແຖວທະນາຄານກາງ (ສະຖານທີ່ຜູ້ຕິດເຊື້ອເຮັດວຽກ)
ບໍລິສັດ ອິນຕິເມດ ແຟຊັນ (Intimate fashion ເປັນໂຮງງານຕັດຫຍິບ) ບ້ານໄຊສະຫວ່າງ, ເມືອງ ໄຊທານີ (ສະຖານທີ່່ຜູ້ຕິດເຊື້ອເຮັດວຽກ)