ອົງການໄຈກາມອບອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ 5 ແຂວງພາກໃຕ້

770

ອົງການໄຈກາໃຫ້ການຊ່ວຍເຫຼືອອຸປະກອນການເເພດ ເເລະ ເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ສູນກັກກັນ ແລະ ໂຮງໝໍພາກສະໜາມ ສຳລັບການຕອບໂຕ້ພະຍາດໂຄວິດ19 ຢູ່ 5 ແຂວງພາກໃຕ້.


ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກກໍ່ຄື ສປປ ລາວ ອົງການຮ່ວມມືືສາກົນຢີ່ປຸ່ນ (ໄຈກາ) ໄດ້ມີຄວາມເປັນຫ່ວງເປັນໃຍກ່ຽວກັບການກຽມພ້ອມ ແລະ ຕອບໂຕ້ຂອງພະຍາດໂຄວິດ-19 ໃນ ສປປ ລາວ. ຫ້ອງການໄຈກາປະຈໍາລາວຈຶ່ງໄດ້ປະສານງານກັບກະຊວງສາທາລະນະສຸກ ແລະ ບັນດາພະແນກສາທາ 5 ແຂວງພາກໃຕ້ ເຊິ່ງປະກອບມີແຂວງ ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເພື່ອຕິດຕາມສະພາບການ, ການຕອບໂຕ້ຂອງພະຍາດໂຄວິດ-19 ແລະ ການກຽມພ້ອມສໍາລັບການຮອງຮັບແຮງງານທີ່ກັບມາຈາກປະເທດເພື່ອນບ້ານ.


ຈາກການຕິດຕາມ ແລະ ປະສານງານກັບພະແນກສາທາ 5 ແຂວງພາກໃຕ້, ຫ້ອງການໄຈກາປະຈຳລາວເຫັນວ່າມີຄວາມຈຳເປັນທີ່ຈະສະໜັບສະໜູນອຸປະກອນການເເພດ ເເລະ ອຸປະກອນທີ່ຈໍາເປັນສໍາລັບກິດຈະກໍາຕອບໂຕ້ພະຍາດໂຄວິດ-19 ໃຫ້ກັບໂຮງໝໍພາກສະໜາມ ແລະ ສູນກັກກັນ ໃນ 5 ເເຂວງພາກໃຕ້.


ປັດຈຸບັນອຸປະກອນບາງລາຍການແມ່ນໄດ້ຈັດຊື້ ແລະ ຂົນສົ່ງຮອດແຂວງແລ້ວ ເຊັ່ນ: ພັດລົມ 263 ໜ່ວຍ, ໂຕະ 283 ໜ່ວຍ, ຕັ່ງ 1.980 ໜ່ວຍ, ເຕັ້ນ 159 ດາງ, ເຄື່ອງນອນ (ມຸ້ງ, ສາດ, ເສື່ອ, ໝອນ) 2.000 ຊຸດ, ຕຽງພັບ 2.000 ອັນ, ຄອມພິວເຕີ 10 ເຄື່ອງ, ປຣິ້ນເຕີ 10 ເຄື່ອງ, ນ້ຳຫມຶກ 10 ຊຸດ ແລະ ຍັງອີກບາງລາຍການກຳລັງຢູ່ໃນຂັ້ນຕອນຈັດຊື້ເຊັ່ນ: ຊຸດ PPE ແລະ ອຸປະກອນສຳລັບການປິ່ນປົວດ້ວຍອົກຊີ ເຊິ່ງຄາດວ່າຈະນຳສົ່ງໃຫ້ແຂວງໃນໄວໆນີ້.

ຕ້ອງຂອບໃຈເພິ່ນຫຼາຍໆ

ອຸປະກອນເຫຼົ່ານີ້ສຳຄັນຫຼາຍຕໍ່ການຮັບມືກັບພະຍາດຮ້າຍທີ່ນັບມື້ເພີ່ມຂຶ້ນຢູ່ປະເທດເຮົາ