ລາຍ​ລະ​ອຽ​ດ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ 104 ຄົນ ແລະ ສະ​ຖານ​ທີ່​ສ່ຽງ​ໃ​ໝ່ມື້​ນີ້

528

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 13 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ ທັງໝົດ 198 ຄົນ, ນຳເຂົ້າ 94 ຄົນ, ຊຸມຊົນ 104 ຄົນ
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້
ແຂວງ ຄໍາມ່ວນ 43 ຄົນ ຕິດໃນຊຸມຊົນ ໃນເມືອງທ່າແຂກ ແຂວງຄຳມ່ວນ, ໃນນັ້ນເປັນກໍລະນີສຳພັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ 39 ຄົນ, ກໍລະນີຈາກຈຸດກັນກອງທີ່ມີຄວາມສ່ຽງສູງ 3 ຄົນ ແລະ ກໍລະນີສົງໃສ 1 ຄົນ
ໃນ 39 ຄົນມາຈາກ 17 ບ້ານຂອງ ເມືອງທ່າແຂກ ມີ 38 ຄົນ ແລະ 5 ຄົນ ຈາກບ້ານສັງ ເມືອງເຊບັ້ງໄຟ

ແຂວງ ຈຳປາສັກ 25 ຄົນ ຈາກເມືອງປະທຸມທັງໝົດ 25 ຄົນ ທີ່ເຊື່ອມໂຍງກັບໂຮງໝໍຊຸມຊົນເມືອງປະທຸມພອນທີ່ໄດ້ລາຍງານກ່ອນໜ້ານີ້ ຄື
ຊຸມຊົນ 25 ຄົນ ມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນຄື 1 ຄົນ ຈາກ ນ້ຳໃສເທີງ, 01 ຄົນ ຈາກ ບ້ານຫຼັກ 30, 19 ຄົນ ຈາກບ້ານ ໜອງປັກແຮດ, 03 ຄົນ ຈາກ ຫຼັກ 40, 01 ຄົນ ນະຄອນປາກເຊ
ແຂວງ ສະຫວັນນະເຂດ 13 ຄົນ ພະນັກງານແພດ 07 ຄົນ (ທ່ານໝໍ 03 ຄົນ, ແພດຊັ້ນສູງ 02 ຄົນ ແລະ ພະຍາບານ 02 ຄົນ), ເຂົ້າປະຈໍາການທີ ຢູ່ສູນຫຼັກ 9 ແລະ ອອກມາກັກໂຕ ຢູ່ບ້ານພັກດາລາວັນ (ທີມແພດ ມາຈາກເມືອງຕ່າງໆຄື: ເມືອງອຸທຸມພອນ 03 ຄົນ (ໂຮງໝໍທະຫານ 109); ເມືອງທ່າປາທອງ 01 ຄົນ, ເມືອງອາດສະພອນ 01 ຄົນ, ເມືອງເຊໂປນ 01 ຄົນ ແລະ ເມືອງໄຊພູທອງ 01 ຄົນ))
05 ຄົນ ແມ່ນກຸ່ມສຳຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ໄດ້ລາຍງານ ໃນວັນທີ 11 ກັນຍາ 2021.

ບ້ານໂພນສະຫວ່າງເໜືອ ມີ 01 ຄົນ (ພະນັກງານຂັບລົດ ບໍລິສັດຫຸມແພງ) ຜູ້ສຳຜັດໄກ້ຊິດ ກັບຜູ້ຕິດເຊື້ອ ຜ່ານມາ.
ແຂວງ ຫຼວງພະບາງ 9 ຄົນ 01 ຄົນ ຢູ່ບ້ານຫ້ວຍຖໍ້າ, ເມືອງຈອມເພັດ ກັກໂຕຢູ່ບ້ານ ແລ້ວໄດ້ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
02 ຄົນ ຢູ່ບ້ານຫ້ວຍຈີມ, ເມືອງງອຍ ທັງສອງຄົນເປັນຜົວເມຍກັນ ຊື່ງເປັນແຮງງານມາຈາກແຂວງວຽງຈັນ ແລະ ມາຮອດແຂວງຫລວງພະບາງ ໃນວັນທີ 25 ສີງຫາ 2021 ແລ້ວໄດ້ມາກັກໂຕ ຢູ່ສູນໂຮງຮຽນແພດ ແລະ ເກັບຕົວຢ່າງກວດສອງຄັ້ງ ແຕ່ຄັ້ງທີ່ 01 ເປັນຜົນລົບ ແລະ ຄັ້ງທີ່ສອງ ເກັບຕົວຢ່າງ ໃນວັນທີ 11 ກັນຍາ 2021 ແລະ ໃນວັນທີ 13 ກັນຍາ 2021 ຜົນກວດອອກເປັນຜົນບວກ
06 ຄົນ ບ້ານໂພນໄຊ ເມືອງນານ ທີ່ມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນກໍາມະກອນໂຮງເລື່ອຍ, ເມືອງປາກລາຍ, ແຂວງໄຊຍະບູລີ ທີ່ໄດ້ລາຍງານໃນວັນທີ 11 ກັນຍາ 2021

ນະຄອນຫຼວງວຽງຈັນ 9 ຄົນ
ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ເມືອງ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:
ຄອບຄົວທີ່ 01 ຕິດເຊື້ອ ມີ 03 ຄົນ (ຄຳສະຫວາດ 02 ຄົນ, ໂນນຄໍ້ 1, ມ. ໄຊເສດຖາ), ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 07/09/2021
ຄອບຄົວທີ່ 02 ຕິດເຊື້ອ ມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງ ສີໂຄດຕະບອງ, ບ້ານ ຢູ່ປັດຈຸບັນ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09/09/2021
ຄອບຄົວທີ່ 03 ຕິດເຊື້ອ ມີ 04 ຄົນ, ດອນຂາຊ້າຍ ເມືອງ ຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10/09/2021

ຫຼວງນໍ້າທາ 3 ຄົນ ຜູ້ທີ 01 ໄດ້ເດີນທາງໄປເຂດເສດຖະກິດພິເສດດ້ວຍຖ້ຽວບິນພິເສດຈາກ ນະຄອນຫຼວງວຽງຈັນ.
ຜູ້ທີ 02 ຄົນຈີນເດີນທາງມາຈາກພະນົມເປັນ, ກໍາປູເຈຍ. ລາຍງານວ່າໄດ້ຂີ່ເຮືອຂ້າມມາວຽງຈັນ-ອຸດົມໄຊ-ຫຼວງນ້ຳທາ
ຜູ້ທີ 03 ໄດ້ເດີນທາງຈາກເມືອງ Sichuan – ຊຽງລາຍ ປະເທດໄທ ລະເດີນທາງຈາກໄທເຂົ້າມາລາວ ຢູ່ເຂດພິເສດສາມຫຼ່ຽມທອງຄໍາ.
ບໍ່ແກ້ວ 1 ຄົນ ຈາກເມືອງຕົ້ນເຜີ້ງ
ເຊກອງ 1 ຄົນ ຍັງສອບສວນຂໍ້ມູນລະອຽດ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,555 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,270 ຄົນ.
ສໍາລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 3 ບ້ານ ຄື
ເມືອງ ໄຊເສດຖາ ບ້ານ ຄໍາສະຫວາດ, ເມືອງ ສີສັດຕະນາກ ບ້ານ ດອນນົກຄຸ້ມ, ເມືອງ ຫາດຊາຍຟອງ ບ້ານ ດອນຂາຊ້າຍ
ສະຖານທີ່ສ່ຽງໃນນະຄອນຫຼວງວຽງຈັນທີ່ຜູ້ຕິດເຊື້ອໄດ້ໄປ ຕະຫຼາດອົດຊີ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ