ແຈ້ງເຕືອນສະບັບທີ2 ພາຍຸເຂດຮ້ອນ ໂກນເຊິນ ຝົນຕົກແຮງເລີ່ມ 11 ກັນຍານີ້

561

ອຸຕຸເຕືອນ ທຸກພາກຂອງປະເທດເຮົາໃຫ້ມີສະຕິລະມັດລະວັງຕໍ່ການເຂົ້າມາຂອງພາຍຸ ໂກນເຊີນ ເຊິ່ງຈະເຮັດໃຫ້ຝົນຕົກໜັກ ແລະລົມພັດແຮງນັບແຕ່ວັນທີ 11 ກັນຍາເປັນຕົ້ນໄປ ອັນສຳຄັນຖ້າຜູ້ຢູ່ບ່ອນສ່ຽງຕໍ່ນ້ຳຖ້ວມ, ດິນເຈື່ອນໃຫ້ຍົກຍ້ານສິ່ງຂອງອອກໄປໃສ່ບ່ອນທີ່ປອດໄພໄວ້ກ່ອນ.

ໃນແຈ້ງການເຕືອນວ່າ: ໃນເວລາ 08 ໂມງ 05 ນາທີ ຂອງວັນທີ 10 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງຢູ່ເສັ້ນຂະໜານທີ 15.8 ອົງສາເໜືອ ແລະ ເສັ້ນແວງທີ 111.6 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ມີຄວາມໄວສູງສຸດຢູ່ໃກ້ຈຸດສູນກາງປະມານ 30 ແມັດຕໍ່ວິນາທີ.

ຄາດຄະເນວ່າ ພາຍຸຫົວນີ້ຍັງຈະສືບຕໍ່ເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 13 ກັນຍາ 2021. ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼຊັ້ນ ແລະ ຈະເຄື່ອນທີ່ຜ່ານພາກກາງ ຫາພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 13 ຫາ 14 ກັນຍາ 2021 ນີ້, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບ ອາກາດໃນ ສປປ ລາວ ດັ່ງນີ້:

ໄລຍະວັນທີ 11 – 12 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກໃຕ້;
ໄລຍະວັນທີ 13 -15 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໝືອ.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ຳຕ່າງໆ ເປັນຕົ້ນແມ່ນຢູ່ແຂວງ ສາລະວັນ, ຈຳປາສັກ, ອັດຕະປື, ເຊກອງ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງນ້ຳທາ, ໄຊສົມບຸນ, ໄຊຍະບູລີ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.


ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ຳຖ້ວມຊູ ແລະ ນ້ຳຖ້ວມຍື່ງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ຊິດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1-4 ວັນຕໍ່ໜ້ານີ້.