ນະຄອນຫຼວງພະບາງ ເຂັ້ມງວດ ປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະແກ້ໄຂ ການລະບາດພະຍາດ ໂຄວິດ-19

482

ເຈົ້ານະຄອນຫຼວງພະບາງ ອອກຄຳສັ່ງ ເພີ່ມທະວີເຂັ້ມງວດ ປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດ ໂຄວິດ-19 ຢູ່ບັນດາສຳນັກງານອົງການ ທົ່ວນະຄອນຫຼວງພະບາງ
ໂດຍຕາມແຈ້ງການສະບັບນີ້ ລະບຸວ່າ

1 ໃຫ້ເລຂາຫນ່ວຍພັກ ບັນດາສໍານັກງານ-ອົງການ ທົ່ວນະຄອນ ຫຼວງພະບາງ ເພີ້ມທະວີຊີ້ນໍາໂດຍກົງໃນການສຶກສາອົບຮົມການເມືອງແນວຄິດຢ່າງເລິກເຊິ່ງໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ເປັນແບບຢ່າງໃນການປະຕິບັດມາດຕະການ ປ້ອງກັນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ ຢູ່ພາຍໃນຫ້ອງການຂອງຕົນເພື່ອຍົກສູງສະຕິ ແລະ ຄວາມເປັນແບບຢ່າງ

2 ຫ້າມພະນັກງານ, ທະຫານ, ຕໍາຫຼວດ ທົ່ວນະຄອນ ຫຼວງພະບາງ ຈັດກິດຈະກໍາສ້າງສັນ-ຊຸມແຊວສິ່ງມືນເມົາ ຕາມສະຖານທີ່ຕ່າງໆ ຢ່າງເດັດຂາດ ເຊັ່ນ: ສໍານັກງານ-ອົງການ ຮ້ານອາຫານ, ສວນອາຫານແຄມນໍ້າ, ຮ້ານປີ້ງເປັດ, ປີ້ງແບ້, ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ສາທາລະນະຕ່າງໆ.

3 ບັນດາສໍານັກງານ-ອົງການ ຕ້ອງມີມາດຕະການປ້ອງກັນພະຍາດໂຄວິດ-19 ເຊັ່ນ ຕັ້ງຈຸດວາງແຈວລ້າງມື, ພະນັກ ງານ ແລະ ຜູ້ທີ່ມາພົວພັນວຽກ ຕ້ອງໃສ່ຜ້າອັດປາກ-ອັດດັງ ທຸກຄັ້ງ ພ້ອມທັງຮັກສາໄລຍະຫ່າງ.
4 ມາດຕະການຕໍ່ພະນັກງານທີ່ລະເມີດໃນການຈັດກິດຈະກໍາສ້າງສັນ-ຊຸມແຊວ ມອບໃຫ້ເລຂາຫນ່ວຍພັກສໍານັກງານ-ອົງການ, ເປັນເຈົ້າການສຶກສາອົບຮົມ-ສໍາຫຼວດກວດກາ, ຖ້າຍັງຝ່າຝືນແມ່ນໃຫ້ປະຕິບັດວິໄນຕາມສະຖານຫນັກ ຫຼື ເບົາ,

5 ກໍລະນີພະນັກງານຜູ້ໃດທີ່ໄດ້ພົວພັນກັບຜູ້ຕິດເຊື້ອ ຫຼື ກຸ່ມສ່ຽງ ຕ້ອງໂຈະປະຈໍາການຊົ່ວຄາວ ແລະ ຮີບຮ້ອນລາຍງານຕົວກັບຄະນະສະເພາະກິດ ເພື່ອກວດຫາເຊື້ອ ພ້ອມທັງ ຈໍາກັດບໍລິເວນຢູ່ສູນໃຫ້ທັນເວລາ.
ຖ້າຫາກຍັງເຄື່ອນໄຫວທາງສັງຄົມທີ່ມາໃຫ້ເກີດການແຜ່ເຊື້ອເປັນວົງກ້ວາງ ແມ່ນຈະຖືກປັບໃຫມ ແລະ ດໍາເນີນຄະດີຕາມລະບຽບກົດຫມາຍ.

6 ຄໍາສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປຈົນກ່ວາຈະມີການປ່ຽນແປງ