ຄໍາເພົ້າ ນັກອອກແບບທີ່ພັດທະນາຕົນເອງບໍ່ຢຸດ ສິ່ງດີໆມີເຂົ້າຫາສະເໝີ

357

ຖ້າເອີ່ຍເຖິງເຈົ້າພໍ່ວົງການ ແຟຊັນໃນປະເທດລາວນະຕອນນີ້ ຫຼາຍຄົນຄົງຈະບອກວ່າ ຄໍາເພົ້າສັ່ງໄດ້ແນ່ນອນ ເນື່ອງຈາກວ່າກະແສຜົນງານ ແລະ ການເຄື່ອນໄຫວໃນໄລຍະນີ້ມາແຮງສຸດໆ ເຖິງຈະເປັນໄລຍະທີ່ຫຼາຍທຸລະກິດຖືກກະທົບຈາກພະຍາດໂຄວິດ – 19 ເຊິ່ງຄໍາເພົ້າກໍເຊັ່ນກັນ ງານທີ່ເຄີຍໄດ້ກໍຫົດຫາຍ ແຕ່ຄໍາເພົ້າເອງພະຍາຍາມສະສົມຄວາມຮູ້ ແລະ ປະສົບການ ເບິ່ງວິກິດເປັນໂອກາດນໍາອອກມາໃຊ້ຈົນໄດ້ຮັບ ຄວາມນິຍົມສູງຂຶ້ນເລື້ອຍໆ.

ທ່ານ ຄໍາເພົ້າ ບົວພັນ ເຈົ້າຂອງຫ້ອງເສື້ອຄໍາເພົ້າສັ່ງໄດ້ ກ່າວວ່າ: “ ຂ້າພະເຈົ້າ ບໍ່ປິດໂອກາດຕົນເອງເຖິງຈະມີຄວາມຫຍຸ້ງຍາກ ແລະ ທ້າທາຍເລື່ອງການປ້ອງກັນພະຍາດໂຄວິດ – 19 ເຊິ່ງສ່ວນຕົວຂ້າພະເຈົ້າແມ່ນໄດ້ຮັບຜົນກະທົບເຊັ່ນກັນ ໂດຍສະເພາະການລະບາດຂອງພະຍາດໂຄວິດ – 19 ໃນຮອບທໍາອິດ ກໍຖືກຍົກເລີກຊຸດຄອນເຊັບງານວິວາ ເຊິ່ງບໍ່ມີແຕ່ທຸລະກິດເຮົາທີ່ກະທົບ, ເຂົ້າໃຈວ່າທຸລະກິດປິ່ນອ້ອມອື່ນໆກໍເຊັ່ນກັນ; ເຮົາກໍເຫັນໃຈທາງເຈົ້າບ່າວ – ເຈົ້າສາວ ແລະ ເຈົ້າພາບ ເຮົາກໍສົ່ງເງິນຄືນ ສ່ວນເຄື່ອງກໍເອົາມາສະຕັອກໄວ້ ໂດຍຄິດວ່າຖ້າໂຄວິດ – 19 ຜ່ອນຄາຍລົງ ລູກຄ້າທີ່ຍົກເລີກກໍຈະກັບຄືນມາໃຊ້ບໍລິການທາງຮ້ານເຮົາ ຂ້າພະເຈົ້າຄິດບວກແນວນີ້ ”.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ທ່ານ ຄໍາເພົ້າ ກ່າວອີກວ່າ: ສ່ວນການລະບາດຂອງໂຄ ວິດ – 19 ມາຮອບ 2 ຍິ່ງກະທົບໜັກ ງານຕ່າງໆກໍຫາຍ, ການຈັດກິດຈະກໍາແມ່ນຖືກຈໍາກັດ ເພາະເປັນການປ້ອງກັນການແຜ່ລະບາດ ເມື່ອໄດ້ມີໂອກາດຮ່ວມງານ Mister Model LAOS 2021 ໄດ້ໄປເຮັດກິດຈະກໍາ, ເຂົ້າແຄັມ, ຮຽນຫຼັກສູດການທະຫານ ເຊິ່ງເປັນການກຽມຄວາມພ້ອມໃຫ້ຊາຍແບບໃນໂຄງການ; ກິດຈະກໍາດັ່ງກ່າວ ຂ້າພະເຈົ້າຮູ້ສຶກວ່າຢາກໃຫ້ມີຄວາມຕື່ນເຕັ້ນ ກໍໄດ້ແຕ່ງຕົວແບບແຟຊັນ ເຊິ່ງກໍໄດ້ຂໍອະນຸຍາດເຈົ້າໜ້າທີ່ຮັບຜິດຊອບຊຸດຮຽນການທະຫານນັ້ນແລ້ວ ເພາະເປັນການຈັດກິດຈະກໍານອກສະໜາມທີ່ບໍ່ແມ່ນສະຖານທີ່ສໍານັກງານທາງລັດຖະການ ເຊິ່ງຜູ້ຮັບຜິດຊອບກໍເຫັນດີ.

อาจเป็นรูปภาพของ 4 คน และผู้คนกำลังยืน

อาจเป็นรูปภาพของ 5 คน, ผู้คนกำลังนั่ง, ผู้คนกำลังยืน และกลางแจ้ง

ສະນັ້ນ, ຂ້າພະເຈົ້າກໍຈັດເຕັມ ໂດຍນຸ່ງຊຸດແຟຊັນທີ່ອອກແບບເອງ. ຫຼັງຈາກນັ້ນ, ກໍໄດ້ອັບຄລິບນັ້ນລົງຕິກຕັອກ ເຊິ່ງກໍມີຜູ້ຄົນສົນໃຈເຂົ້າມາເບິ່ງ 3 ແສນກວ່າຄົນ, ໃນນັ້ນກໍເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ເຊິ່ງມີດ້ານລົບປະມານ 30% ແລະ ກໍມີຄວາມຄິດເຫັນດ້ານບວກປະມານ 70% ຫຼັງຈາກຄລິບນັ້ນມີຄົນຕິດຕາມຫຼາຍ ກໍເຮັດໃຫ້ບັນດາບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດເລີ່ມສົນໃຈ ແລະ ຮູ້ຈັກ ຄໍາເພົ້າ ຫຼາຍຂຶ້ນ ພ້ອມທັງຕິດຕໍ່ເຂົ້າມາ ບໍ່ວ່າຈະເປັນນັກທຸລະກິດຈີນ, ສ.ເກົາຫຼີ, ນັກທຸລະກິດຍີ່ປຸ່ນ ເຊິ່ງເຂົາເຈົ້າສົນໃຈໃນໄອເດຍ ແລະ ຄວາມຄິດສ້າງສັນຂອງເຮົາ ກໍຕິດຕໍ່ເຂົ້າມາເພື່ອອອກແບບຊຸດຢູນິຟອມສໍາລັບຫ້ອງການເຂົາເຈົ້າ. ສະນັ້ນ, ຂ້າພະເຈົ້າມາຄິດວ່າຫຼັງຈາກທີ່ພາດຈາກງານຄອນເຊັບງານວິວາ ກໍໄດ້ມາຮັບອໍເດີກ່ຽວກັບຊຸດຢູນິຟອມຂອງບໍລິສັດ ກໍຖືວ່າເຮັດໃຫ້ເຮົາຢູ່ລອດ ແລະ ເຮົາກໍບໍ່ປິດໂອກາດຕົວເອງ ເຖິງວ່າຈະພົບວິກິດປານໃດກໍຕາມ ແຕ່ໂອກາດຍ່ອມມີມາສໍາລັບຄົນທີ່ພ້ອມສະເໝີ ຖ້າເຮົາບໍ່ຢຸດພັດທະນາຕົວເອງ ແລະ ຮຽນຮູ້ໄປເລື້ອຍໆ.

อาจเป็นรูปภาพของ 1 คน

ປັດຈຸບັນຄໍາເພົ້າສັ່ງໄດ້ ມີພະນັກງານ 30 ກວ່າຄົນ ມີສາຂາຢູ່ 9 ແຫ່ງ, ໃນນະຄອນຫຼວງ 6 ແຫ່ງ ສ່ວນຕ່າງແຂວງມີ: ແຂວງ ຊຽງຂວາງ, ຫຼວງນໍ້າທາ ແລະ ແຂວງຈໍາປາສັກ ເຊິ່ງການບໍລິການຈະເນັ້ນໄປຫາລູກຄ້າເຖິງທີ່ ບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງ; ອີກຈຸດໜຶ່ງທີ່ສໍາຄັນແມ່ນການບໍລິການຫຼັງການຂາຍ ເຊິ່ງລູກຄ້າໃຊ້ໄປໄລຍະໜຶ່ງ ອາດຈະຕຸ້ຍຂຶ້ນ ຫຼື ຈ່ອຍລົງ ກໍສາມາດເຂົ້າໃຊ້ບໍລິການແປງເຄື່ອງນໍາໄດ້.

อาจเป็นรูปภาพของ 4 คน, ผู้คนกำลังยืน, กลางแจ้ง และข้อความพูดว่า "MISTER INTERNATIONAL LAOS Thai ThaisThong"

“ ຢ່າງໃດກໍຕາມ ຈາກຜົນງານທີ່ປະກອບສ່ວນໃນສັງຄົມ ບໍ່ວ່າຈະໃນແງ່ທຸລະກິດ ແລະ ການປະກອບສ່ວນໃນເວທີປະກວດຕ່າງໆ ຂ້າພະເຈົ້າກໍຍັງໄດ້ເຮັດໜ້າທີ່ປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍໄດ້ຮັບເລືອກເປັນຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ 1624 ”, ທ່ານ ຄໍາເພົ້າ ກ່າວ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ສ່ວນຜູ້ສືບທອດກໍແມ່ນລູກສາວ ເຊິ່ງປັດຈຸບັນວາງແຜນໄວ້ຮຽນທີ່ຫວຽດນາມ ສາເຫດທີ່ເລືອກຢູ່ທີ່ນັ້ນຍ້ອນເຫັນວ່າເປັນດີຊາຍລຽບຫຼູ, ເກຣດລະດັບໂລກ, ລວດລາຍຜືນຜ້າມີມາດຕະຖານ ແຕ່ລາຄາບໍ່ສູງຫຼາຍ ເຊິ່ງສາມາດຕອບໂຈດລູກຄ້າໄດ້, ຜ່ານມາເຄີຍໄປຮຽນຫຼາຍປະເທດ ແຕ່ຖືກໃຈປະເທດຫວຽດນາມຫຼາຍທີ່ສຸດ.