ຮອດປັດຈຸບັນທົ່ວປະເທດມີລົດຫຼາຍກວ່າ2,3ລ້ານຄັນ ໃນນີ້ລົດກະບະ ຫຼາຍເຖິງ306.956 ຄັນ

951

ມາຮອດເດືອນພຶດສະພາ 2021 ທົ່ວປະເທດ ມີລົດທີ່ຂຶ້ນທະບຽນທັງໝົດ 2,3ລ້ານກວ່າຄັນ ໃນນີ້ຫຼາຍກວ່າໝຸ່ແມ່ນນະຄອຫຼວງວຽງຈັນ ຮອງມາແມ່ນສະຫວນນັະເຂດ ແລະຈຳປາສັກ. ຂະນະທີ່5 ເດືອນຕົ້ນປີ2021 ມີລົດມາຂຶ້ນທະບຽນຫຼາຍກວ່າ 30ພັນຄັນ.

ອີງຕາມບົດສະຫຼຸບສະຖິຕິການຂຶ້ນທະບຽນຖາວອນລົດຂອງບັນດາແຂວງໃນທົ່ວປະເທດ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໃນແຕ່ລະປີຈຳນວນພາຫະນະທີ່ມາຂຶ້ນທະບຽນສະເລ່ຍເພີ່ມຂຶ້ນ 1 ແສນກວ່າຄັນ ເຊິ່ງສະແດງອອກນັບແຕ່ປີ 2000 ຫາ ປີ 2015 ທົ່ວປະເທດມີລົດມາຂຶ້ນທະບຽນທັງໝົດ 1.717.504 ຄັນ, ມາເຖິງປີ 2016 ຈຳນວນລົດທີ່ມາຂຶ້ນທະບຽນເພີ່ມຂຶ້ນເປັນ 1.850.020 ຄັນ, ປີ 2017 ເພີ່ມມາເປັນຈຳນວນ 1.979.007 ຄັນ, ປີ 2018 ມີຈຳນວນ 2.104.588 ຄັນ, ປີ 2019 ມີຈຳນວນ 2.233.066 ຄັນ ແລະ ມາເຖິງປີ 2020 ມີຈຳນວນພາຫະນະເພີ່ມຂຶ້ນມາເປັນ 2.342.777 ຄັນ ແລະ ສະເພາະໃນປີ 2021 ໃນ 5 ເດືອນ ມີລົດມາຂຶ້ນທະບຽນຈຳນວນ 30.328 ຄັນ.


ສະຫຼຸບແລ້ວນັບແຕ່ປີ 2000 ມາເຖິງ 5 ເດືອນຕົ້ນປີ 2021 ທົ່ວປະເທດມີລົດມາຂຶ້ນທະບຽນຖືກຕ້ອງທັງໝົດ ລວມມີຈຳນວນ 2.373.105 ຄັນ; ໃນນັ້ນ ປະເພດລົດ 2 ລໍ້ ມີ 1.800.677 ຄັນ, ປະເພດລົດ 3 ລໍ້ ມີ 9.026 ຄັນ; ລົດເກັງ 90.340 ຄັນ, ລົດກະບະ 306.956 ຄັນ, ລົດຈິບ 66.687 ຄັນ, ລົດຕູ້ 38.929 ຄັນ, ລົດບັນທຸກສິນຄ້າ 70.829 ຄັນ, ລົດໂດຍສານ 5.750 ຄັນ.


ແຂວງທີ່ມີພາຫະນະຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 1.020.271 ຄັນ ຮອງມາແມ່ນສະຫວັນນະເຂດ 380.589 ຄັນ, ແຂວງຈຳປາສັກ 196.114 ຄັນ, ແຂວງຫຼວງພະບາງ 136.385 ຄັນ.


ຂະນທີ່ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ: ໃນປີ 2020 ພວກເຮົາສາມາດໃຫ້ບໍລິການຂຶ້ນທະບຽນລົດຈໍານວນ 47.316 ຄັນ, ອອກໃບຂັບຂີ່ 41.340 ໃບ ແລະ ເກັບລາຍຮັບໄດ້ ທັງໝົດ 23,95 ຕື້ກວ່າກີບ ແລະ ໃນ 6 ເດືອນຕົ້ນປີ 2021 ພວກເຮົາສາມາດໃຫ້ບໍລິການຂຶ້ນທະບຽນລົດຈໍານວນ 19.393 ຄັນ, ອອກໃບຂັບຂີ່ 10.645 ໃບ ແລະ ເກັບລາຍຮັບໄດ້ທັງໝົດ 10,32 ຕື້ກວ່າກີບ. ເມື່ອທຽບກັບປີຜ່ານມາ ແມ່ນເຫັນວ່າຈຳນວນຕົວເລກ ການຂຶ້ນທະບຽນລົດ ແລະ ອອກໃບຂັບຂີ່ແມ່ນຫຼຸດລົງ ພ້ອມດຽວກັນນີ້ລາຍຮັບກໍ່່ຫຼຸດລົງເຊັ່ນດຽວກັນ.

ຂ່າວ: ຄຳນ້ອຍ