ປິດສາກ ພາຣາແລມປິກ 2020 ສປ ຈີນ ຄອງເຂົ້າຫຼຽນຄໍາ 5 ສະໄໜຊ້ອນ ເຈົ້າພາບຄັ້ງຕໍ່ໄປເປັນ ຝຣັ່ງ

395
Members of the Japan Self-Defense Forces hoist the Japanese flag, center back, during the closing ceremony of the Tokyo 2020 Paralympic Games in Tokyo, Japan, Sunday, Sept. 5, 2021. (Joe Toth for OIS via AP)

ມະຫະກໍາກີລາ ພາຣາແລມປິກ 2020 ທີ່ປະເທດຍີ່ປຸ່ນ ປິດສາກລົງຢ່າງເປັນທາງການ ເມື່ອວັນທີ 5 ກັນຍາ 2021 ເຊິ່ງມີພິທີປິດຢ່າງເປັນການທາງ ແລະ ເປັນ ສປ ຈີນ ທີ່ຍັງໂດດເດັ່ນຄອງເຂົ້າຫຼຽນຄໍາ ເປັນສະໄໝທີ 5 ຊ້ອນ.

ພິທີປິດການແຂ່ງຂັນ ພາຣາແລມປິກ 2020 ຈັດຂຶ້ນທີ່ສະໜາມ ໂອແລມປິກ ສະເຕດ້ຽມ ໂດຍເຈົ້າພາບ ຍີ່ປຸ່ນ ມີການສະແດງແບບຮຽບງ່າຍ ແລະ ປະທັບໃຈ ແນ່ນອນໃນພິທີຍັງໄດ້ມີການສົ່ງມອບທຸ່ງໃຫ້ກັບ ທ່ານ ແອນດຣູ ພາສັນສ໌ ປະທານຄະນະກໍາມະການ ພາຣາແລມປິກສາກົນ ( IPC ) ກ່ອນຈະສົ່ງຕໍ່ໃຫ້ກັບ ທ່ານ ນາງ ແອນນ໌ ຮິດັລໂກ ( Anne Hidalgo ) ເຈົ້າຄອງນະຄອນຫຼວງປາຣີ ປະເທດຝຣັ່ງ ເຈົ້າພາບ ພາຣາແລມປິກ 2024 ໃນປີກ 3 ປີຂ້າງໜ້າ.

ສໍາລັບ ເຈົ້າຫຼຽນຄໍາເປັນຂອງ ສປ ຈີນ ກວາດໄປເຖິງ 96 ຫຼຽນຄໍາ, 60 ຫຼຽນເງິນ ແລະ 51 ຫຼຽນທອງ ແລະ ເປັນເຈົ້າຫຼຽນຄໍາ ພາຣາແລມປິກ 5 ສະໄໝຊ້ອນ; ອັນດັບ 2 ສະຫະຣາຊາອະນາຈັກ ກວາດໄປ 41 ຫຼຽນທອງ, 38 ຫຼຽນເງິນ ແລະ 45 ຫຼຽນທອງ; ອັນດັບ 3 ສະຫະລັດອາເມຣິກາ 37 ຫຼຽນຄໍາ, 36 ຫຼຽນເງິນ ແລະ 31 ຫຼຽນທອງ.

ຂະນະທີ່ ເຈົ້າພາບ ຍີ່ປຸ່ນ ຢູ່ອັນດັບທີ 11 ຂອງຕາຕະລາງຄະແນນສະຫຼຸບຫຼຽນຈາກການມີ 13 ຫຼຽນຄໍາ, 15 ຫຼຽນເງິນ ແລະ 23 ຫຼຽນທອງ.

ຮູບຈາກ: AP