ຂໍ້ແນະນຳຈາກຄະນະສະເພາະກິດ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19

462

ຂໍ້ແນະນຳຈາກຄະນະສະເພາະກິດ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ປະຕິບັດຕາມນີ້ເດີ້
ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງ 3 ກັນຍາ 2021 ໄດ້ຖະແຫຼງຂໍ້ແນະນຳກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ວ່າ

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1094/ຫສນຍ ລົງວັນທີ 31 ສີງຫາ 2021, ໃນພາກການປະຕິບັດຕົວຈີງແມ່ນຕ້ອງການຄວາມ ຮ່ວມມືຈາກທຸກພາກສ່ວນ ເພື່ອຕັດ ຫຼື ຢຸດ ວົງຈອນ ການຕິດ-ການແຜ່ເຊື້ອ,
ສະນັ້ນ ມີບາງບ້ານ, ບາງເມືອງ ແລະ ແຂວງ ແມ່ນໄດ້ມີການປະຕິບັດມາດຕະການ ຫ້າມການເຂົ້າ ອອກ, ການປິດບາງສະຖານທີ່ ທັງຫມົດນີ້ ອາດເຮັດໃຫ້ເກີດມີຄວາມບໍ່ສະດວກ ແຕ່ຢາກ ໃຫ້ທຸກໆຄົນ ຮ່ວມແຮງຮ່ວມໃຈກັນປະຕິບັດ ໃຫ້ດີທີ່ສຸດ ເພາະທັງຫມົດ ກໍ່ເພື່ອຄວາມປອດໄພຂອງທຸກໆຄົນ ເມື່ອກັບມາດໍາລົງຊີວິດປົກກະຕິໂດຍໄວ.

ພ້ອມດຽວກັນທາງດ້ານວິຊາການ ໃນທຸກແຂວງທຸກເມືອງໃນທົ່ວປະເທດໂດຍສະເພາະໃນ ແຂວງເມືອງທີ່ມີຄວາມສ່ຽງ ແມ່ນໄດ້ເພີ້ມທະວີການກະເຝົ້າລະວັງ, ກວດຫາ ແລະ ເກັບ
ຕົວຢ່າງ ເພື່ອຄົ້ນຫາກໍລະນີຕິດເຊື້ອໃຫ້ໄວ ແລະ ຄວບຄຸມການລະບາດບໍ່ໃຫ້ແຜ່ເປັນວົງກ້ ວາງຢູ່ໃນຊຸມຊົນ.
ຮຽກຮ້ອງມາຍັງບັນດາທ່ານ ໂດຍສະເພາະ ແມ່ນຜູ້ທີ່ຕິດເຊື້ອ ແລະ 19/13 ໃກ້ຊິດ ຂໍໃຫ້ທ່ານຊ່ວຍໃຫ້ຂໍ້ມູນຄວາມເປັນຈິງ ບໍ່ຄວນປິດບັງ ເພາະ ຂໍ້ມູນທັງໝົດ ຮຽກຮ້ອງມາຍັງບັນດາທ່ານ ໂດຍສະເພາະ ແມ່ນຜູ້ທີ່ຕິດເຊື້ອ ແລະ ຜູ້ສໍາພັດ ໃກ້ຊິດ ຂໍໃຫ້ທ່ານຊ່ວຍໃຫ້ຂໍ້ມູນຄວາມເປັນຈິງ ບໍ່ຄວນປິດບັງ ເພາະ ຂໍ້ມູນທັງຫມົດແມ່ນ ກະແຈທີ່ສໍາຄັນ ເພື່ອນໍາໄປຊອກຫາຜູ້ຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດ ເພື່ອນໍາໄປປິ່ນປົວ ແລະ ແຍກປ່ຽວຜູ້ໂດຍໄວ, ສໍາລັບຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອກໍ່ໃຫ້ເອົາໃຈໃສ່ປະຕິບັດ ແຍກປ່ຽວຕົນເອງໃຫ້ຄົບ 14 ວັນເພື່ອປ້ອງກັນບໍ່ໃຫ້ແຜ່ເຊື້ອໃສ່ຄົນໃນຄອບຄົວ, ຄົນອ້ອມຂ້າງ ແລະ ທຸກຄົນໃນສັງຄົມ.

ຄືດັ່ງທີ່ພວກທ່ານຮັບຮູ້ນໍາກັນ, ການສັກ ວັກຊີນ ຍັງແມ່ນວິທີທີ່ດີໃນການສ້າງພູມຄຸ້ມກັນຫມູ່ ແລະ ສາມາດຫຼຸດຜ່ອນ ຄວາມຮຸນແຮງ ເມື່ອຕິດເຊື້ອພະຍາດ, ອີກເທື່ອຫນື່ງ ຂໍແຈ້ງມາຍັງບັນດາທ່ານຊາບວ່າ ກະຊວງສາທາລະນະສຸກ ບໍ່ອະນຸຍາດໃຫ້ສັກວັກຊີນຊະນິດ ຕ່າງໆປົນກັນ ແລະ ບໍ່ອະນຸຍາດໃຫ້ສັກເຂັມທີ່ 3 (Booster) ເດັດຂາດ ຖ້າບຸກຄົນໃດລະເມີດກໍລະນີເກີດມີບັນຫາທີ່ຕາມມາແມ່ນຜູ້ກ່ຽວຈະຕ້ອງຮັບຜິດຊອບທັງຫມົດຕາມ ກົດຫມາຍ ແລະ ລະບຽບການຕ່າງໆ.

ຮອດປັດຈຸບັນ ສປປລາວ ໄດ້ສັກຢາວັກຊີນ ເຂັ້ມທີ 1 ໄດ້ 2.529.903 (ອັດຕາປົກຄຸມ 34.48%) ແລະ ທຸກເຂັມທີ່ແນະນໍາ 1.824.260 (ອັດຕາປົກຄຸມ 24.86 %), ຂໍຮຽກຮ້ອງ
ໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນ ຈົ່ງພ້ອມກັນໄປສັກຢາວັກຊີນຢູ່ຕາມຈຸດບໍລິການຕ່າງໆໃນຂອບເຂດທົ່ວປະເທດເພື່ອໃຫ້ບັນລຸຕາມເປົ້າຫມາຍທີ່ວາງໄວ້.
ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ
ປະຕິບັດການດໍາລົງຊິວິດປົກກະຕິແບບໃຫມ່ (new normal), ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບ ມາດໍາລົງຊີວິດປົກກະຕິໂດຍໄວ.