ທາງການ ຊ້າງນ້ອຍ ເອັຟຊີ ຕົວແທນສະໂມສອນຈາກລາວ ໄດ້ສິດໄປຮ່ວມ ເອເອັຟຊີ ຄັບ 2022

212

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດຢ່າງເປັນທາງການມອບສິດໃຫ້ກັບ ສະໂມສອນ ຊ້າງນ້ອຍ ເອັຟຊີ ໄປຮ່ວມການແຂ່ງຂັນບານເຕະລາຍການ ເອເອັຟຊີ ຄັບ 2022 ເຊິ່ງເປັນລາຍການຊີງແຊັມສະໂມສອນອາຊີລາຍການໃຫຍ່ທີ່ສຸດອັນດັບ 2.

ສະຫະພັນບານເຕະແຫ່ງຊາດລາວ ປະກາດຜ່ານເພຈ໌ບຸກທາງການເມື່ອວັນທີ 1 ກັນຍາ 2021 ວ່າ: ສະໂມສອນບານເຕະ ຊ້າງນ້ອຍ ເອັຟຊີ ໄດ້ຮັບສິດເປັນສະໂມສອນຕົວແທນຈາກ ສປປ ລາວ ໃນການເຂົ້າຮ່ວມການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2022 ( AFC CUP 2022 )

ອີງຕາມ ມະຕິຕົກລົງຂອງກອງປະຊຸມອະນຸກໍາມະການຈັດການແຂ່ງຂັນປະຈໍາ ສະຫະພັນບານເຕະແຫ່ງຊາດລາວ ແລະ ມະຕິຕົກລົງຂອງກອງປະຊຸມຄະນະບໍລິການງານ ສະຫະພັນບານເຕະແຫ່ງຊາດລາວ ຄັ້ງວັນທີ 1 ກັນຍາ 2021; ຄະນະບໍລິການງານ ສະຫະພັນບານເຕະແຫ່ງຊາດລາວ ເຫັນດີຕົກລົງໃຫ້ສະໂມສອນ ຊ້າງນ້ອຍ ໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2022

ສໍາລັບ ການໄດ້ສິດໄປ ເອເອັຟຊີ ຄັບ 2022 ຄັ້ງນີ້ຂອງ ຊ້າງນ້ອຍ ເອັຟຊີ ຖືເປັນຄັ້ງທໍາອິດ ຫຼັງຈາກທີ່ໃຊ້ຄວາມພະຍາຍາມມາຫຼາຍປີ ໂດຍສະເພາະໃນການແຂ່ງຂັນລີກສູງສຸດຂອງ ສປປ ລາວ ເພື່ອຄັດເອົາທີມແຊັມໄປຮ່ວມລາຍການດັ່ງກ່າວ, ແຕ່ ຊ້າງນ້ອຍ ເອັຟຊີ ຈົບລະດູການ 2019 ແລະ 2020 ດ້ວຍອັນດັບ 3 ທັງສອງປີເຮັດໃຫ້ບໍ່ໄດ້ສິດຮ່ວມລາຍການດັ່ງກ່າວ.

ຂະນະທີ່ ຜົນງານໃນເປບຊີ ລາວລີກ 1 ປະຈໍາປີ 2021 ຂອງ ຊ້າງນ້ອຍ ເອັຟຊີ ໂດດເດັ່ນຫຼາຍລົງສະໜາມ 2 ນັດຊະນະລວດຄື: ຊະນະ ເອັສຣາ ເອັຟຊີ 3-1 ແລະ ຊະນະ ວຽງຈັນ ເອັຟຊີ 2-0 ກ່ອນທີ່ ລາວລີກ 1 ຈະຖືກຍົກເລີກໄປຢ່າງໜ້າເສຍດາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ອົດໄດ້ລຸ້ນແຊັມລີກສູງສຸດຂອງ ສປປ ລາວ ໄປອີກລະດູການ. ຢ່າງໃດກໍຕາມ, ຄະນະບໍລິການງານ ສຕລ ຕົກລົງເຫັນດີໃຫ້ ຊ້າງນ້ອຍ ເອັຟຊີ ເປັນຕົວແທນສະໂມສອນຈາກ ສປປ ລາວ ໄປຮ່ວມການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2022.

ສ່ວນການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2022 ຮອບຄັດເລືອກຈະແຂ່ງຂັນລະຫວ່າງວັນທີ 5 ເມສາ – 17 ພຶດສະພາ 2022, ແຕ່ ຊ້າງນ້ອຍ ເອັຟຊີ ຕ້ອງໄປແຂ່ງຂັນຮອບເພລອ໊ອຟ ໂດຍມີສິດພົບທີມຈາກ ອິນໂດເນເຊຍ, ກໍາປູເຈຍ, ບຣູໄນ, ຕີມໍ ເລັສເຕ ຫຼື ມຽນມາ ໂດຍຕາຕະລາງແຂ່ງຂັນປັດຈຸບັນ ແມ່ນຍັງບໍ່ທັນອອກມາເທື່ອ ເນື່ອງຈາກຍັງຕ້ອງລໍຖ້າເບິ່ງຕົວແທນຂອງລີກປະເທດອື່ນ ( ຖ້າມີການເຄື່ອນໄຫວຈະລາຍງານໃຫ້ຊາບພາຍຫຼັງ ).
ຂ່າວ: ຫຼ້າ MKP; ຮູບ: ສອນໄຊ