ສະພາບການຕິດເຊື້ອໂຄວິດ-19 ໃນທົ່ວໂລກ ປະ​ຈຸ​ບັນ​ມີຜູ້ຕິດເຊື້ອສະສົມທັງຫມົດ 219.891.042 ຄົນ

513

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງ 3 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ 146 ຄົນ, ຊຸມຊົນ 81 ແລະ ເສຍຊີວິດເພີ່ມ 1 ຄົນ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.605 ຄົນ, ເສຍຊີວິດ ສະສົມ 15 ຄົນ (ໃໝ່1 ຄົນ) ແລະ ຄົນເຈັບກຳລັງປິ່ນປົວ, ບ້ານແດງທີ່ຖືກກໍານົດເປັນບ້ານແດງໃຫມ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ
ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນນີ້ ແມ່ນຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ
(ວັນຈັນ ຮອດ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.

ສໍາລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງຫມໍແຂວງ ຫຼື ສະຖານທີ່ທີ່ກໍານົດໄວ້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 2 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງຫມົດ 3.697 ຄົນ
ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈໍາກັດບໍລິເວນ 7.891 ຄົນ.

ເຊິ່ງ ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງຫມົດ 219.891.042 (671.805ໃຫມ່), ເສຍຊິວິດທັງຫມົດ 4.555.488 (11.935 ໃຫມ່), ປິ່ນປົວຫາຍດີ 196.541.969 (548.32ໃຫມ່).
ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າຫມູ່ໃນໂລກ ກໍ່ຍັງແມ່ນ ສະຫາລັດອາເມລິກາ, ອິນເດຍ ແລະ ບຣາຊິວ.

ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ
ປະເທດໄທ ມີລາຍງານຜູ້ຕິດເຊື້ອໃຫມ່ປະຈໍາວັນ 14.956 ຄົນ, ຮອງລົງມາ ແມ່ນ ສສ ຫວຽດນາມ ມີຜູ້ຕິດເຊື້ອ 13.181 ຄົນ ເສຍຊີວິດ 271 ຄົນ