ອີກແລ້ວ ເສຍຊີວິດເພີ່ມ 1 ກໍລະນີ ຈາກຜູ້ຕິເຊື້ອໂຄວິດທັງໝົດມື້ນີ້ 146 ຄົນ, ຊຸມຊົມ 81 ຄົນ

1299

ເປັນເລື່ອງໜ້າເສົ້າອີກແລ້ວ ກັບຍອດຜູ້ຕິດເຊື້ອໂຄວິດ 19 ຢູ່ບ້ານເຮົາ, ມື້ນີ້ 3 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ 146 ຄົນ ໃນນັ້ນ ຕິດເຊື້ອໃນຊຸມຊົນເຖິງ 81 ກໍລະນີ ແລະ ເສຍຊີວິດເພີ່ມ 1 ກໍລະນີ
ອີກຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ດຣ. ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ

ມື້ນີ້ຕິດເຊື້ອໃໝ່ 146 ຄົນ, ຊຸມຊົນ 81 ຄົນ, ນຳເຂົ້າ 65 ຄົນ ດັ່ງນີ້
ນະຄອນຫຼວງວຽງຈັນ 6 ຄົນ, ຊຸມຊົນ 1 ຄົນ
ແຂວງ ສະຫວັນນະເຂດ 18 ຄົນ, ຊຸມຊົນ 6 ຄົນ

ແຂວງ ຈຳປາສັກ 69 ຄົນ, ຊຸມຊົນ 54 ຄົນ
ແຂວງ ຄຳມ່ວນ 9 ຄົນດ ຊຸມຊົນ 2 ຄົນ
ແຂວງ ບໍ່ແກ້ວ 7 ຄົນ, ຊຸມຊົນ 6 ຄົນ
ແຂວງ ຫຼວງພະບາງ 4 ຄົນ, 3 ຊຸມຊົນ

ແຂວງ ອຸດົມໄຊ 2 ຄົນ ຊຸມຊົນ
ແຂວງ ວຽງຈັນ 2 ຄົນ ຊຸມຊົນ
ແຂວງ ໄຊຍະບູລີ 1 ຄົນ ຊຸມຊົນ

ແຂວງ ໄຊ​ສົມ​ບູນ 1 ຄົນ ຊຸມ​ຊົນ

ແຂວງ ບໍລິຄຳໄຊ 6 ຄົນ, ຊຸມຊົນ 3 ຄົນ
ແຂວງ ສາລະວັນ 21 ຄົນ, ນຳເຂົ້າ
ແລະ ຜູ້ເສຍຊີວິດ 1 ຄົນ ອາຍຸ 45 ປີ ຈາກແຂວງສາລະວັນ ເປັນແຮງງານນຳເຂົ້າ

ແນວໃດກໍຕາມ ຂໍໃຫ້ທຸກຄົນມີສະຕິລະວັງຕົວເອງໃຫ້ດີ ປະຕິບັດມາດຕະການຢ່າງເຄັ່ງຄັດ ເພື່ອຄວາມປອດໄພຈາກພະຍາດຮ້າຍນີ້