ມື້ປະກາດຜົນໃກ້ເຂົ້າມາເລື້ອຍໆ ຊ່ວຍເປັນກໍາລັງໃຈໃຫ້ໜຸ່ມ ຄຳພູວົງ ຂານສະຫງ່າ Mister 18

594

ໃກ້ເຂົ້າເຖິງຮອບ Final ສໍາລັບເວທີປະກວດເພື່ອຄົ້ນຫາຊາຍງາມທີ່ຈະເປັນຕົວແທນຂອງປະເທດລາວໃນເວທີລະດັບສາກົນ ແລະ ມື້ນີ້ທີມຂ່າວບັນເທີງຈະມາແນະນໍາໃຫ້ຮູ້ຈັກກັບ ໜຸ່ມຫຼໍ່ຫຸ່ນດີຜູ້ຜ່ານເຂົ້າຮອບ 20 ຄົນ ໃນເວທີປະກວດຊາຍງາມໂຄງການ Mister Laos Mister international Laos 2021 ຄຳພູວົງ ຂານສະຫງ່າ ຫຼື ໂດ້ ໝາຍເລກ 18 ປັດຈຸບັນອາຍຸ 22 ປີ ຈາກນະຄອນຫຼວງ ເປັນນັກສຶກສາຈົບໃໝ່ຈາກປະເທດຈີນ ສາຂາສະຖາປັດຕະຍະກໍາ.

May be a closeup of 1 person

ໜຸ່ມໂດ້ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ນ້ອງຍັງບໍ່ເຄີຍເຂົ້າປະກວດເວທີໃດມາກ່ອນ ມາທີ່ນີ້ເປັນບ່ອນທຳອິດຂອງນ້ອງເລີຍທີ່ລົງປະກວດ ສ່ວນຄວາມໃຝ່ຝັນໃນເວທີນີ້ແມ່ນຢາກເປັນຜູ້ຊະນະໃນຕຳແໜ່ງໃດໜຶ່ງຂອງເວທີນີ້ ແລະ ເກັບກ່ຽວປະສົບການໃຫ້ຫຼາຍທີ່ສຸດ ເພື່ອພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າ ແລະ ເລື່ອງຂອງວົງການບັນເທີງແມ່ນນ້ອງບໍ່ຄ່ອຍມີປະສົບການດ້ານນີ້ປານໃດ ຍັງຕ້ອງໄດ້ຮຽນຮູ້ຫຼາຍໆຢ່າງເພື່ອຊ່ວຍໃນການຕັດສິນໃຈ ແລະ ຈະສ້າງຜົນງານທີ່ດີຂຶ້ນເລື້ອຍໆ.

May be a closeup of 1 person, wrist watch and outdoors

ຄຳຄົມຂອງໂດ້ ກໍບໍ່ມີຫຍັງຫຼາຍ “ ຄົນທີ່ບໍ່ເຄີຍເຮັດຜິດພາດ ຄືຄົນທີ່ບໍ່ເຄີຍພະຍາຍາມລອງສິ່ງໃໝ່ໆ ”, ດັ່ງນັ້ນຖ້າເຮົາຢາກປະສົບຜົນສໍາເລັດໄດ້ເຮົາຕ້ອງກ້າທີ່ຈະລົງມືເຮັດ ເພື່ອ ຄວ້າຜົນສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້ ສິ່ງທີ່ນ້ອງຢາກສະແດງອອກໃຫ້ທຸກຄົນໃດ້ເຫັນຄື ຄວາມໝັ້ນໃຈ, ຄວາມກ້າທີ່ຈະສະແດງອອກ, ໄຫວພິບ ແລະ ການເປັນແບບຢ່າງທີ່ດີໃຫ້ກັບຄົນຮຸ່ນໃໝ່ ເພື່ອເປີດໂອກາດມຸມມອງໃໝ່ໆໃຫ້ກັບຫຼາຍໆຄົນ.

May be a closeup of 1 person, sitting and indoor

ຈຸດເດັ່ນທີ່ຈະເອົາຊະນະໃຈກຳມະການຂອງນ້ອງກໍບໍ່ມີຫຍັງຫຼາຍ ນອກຈາກຢືນດ້ວຍຄວາມໝັ້ນໃຈໃນການຕອບຄຳຖາມ ແລະ ສາຍຕາທີ່ຈິງໃຈສື່ເຖິງອາລົມໃຫ້ກຳມະການໄດ້ຮັບຮູ້ ແລະ ກ່ອນເຂົ້າປະກວດນ້ອງໃດ້ກຽມການສະແດງເລັກໆໜ້ອຍໆໃນຮອບອໍດິຊັນເພື່ອດຶງ ຄວາມສົນໃຈໃຫ້ກຳມະການ ແລະ ການເວົ້າພາສາອັງກິດເລັກໜ້ອຍ.

ຖ້ານ້ອງໃດ້ຮັບຕຳແໜ່ງໃນເວທີນີ້ ນ້ອງຢາກເປັນແບບຢ່າງທີ່ດີໃຫ້ກັບສັງຄົມ ນັ້ນກໍຄືການຊ່ວຍຫຼືອທີ່ເປັນການກຸສົນ ໂດຍສະເພາະແມ່ນເດັກທີ່ດ້ອຍໂອກາດ ເພື່ອສ້າງໃຫ້ເປັນຄົນຮຸ່ນໃໝ່ເປີດໂອກາດໃຫ້ກັບຕົວເອງໄດ້ລອງເຮັດສິ່ງໃໝ່ໆ ໂດຍສະເພາະແມ່ນການພັດທະນາບຸກຄະລິກກະພາບໃຫ້ມີຄວາມໂດດເດັ່ນເປັນຂອງຕົວເອງ ເພື່ອຮັບໃຊ້ປະເທດຊາດ ແລະ ສັງຄົມຕໍ່ໄປ.

May be an image of 1 person, standing, sunglasses, suit and indoor

ສ່ວນກິດຈະກຳຍາມວ່າງແມ່ນມັກອອກກຳລັງກາຍ, ລອຍນ້ຳ, ຕີດອກປີກໄກ່, ເຕະບານ, ຕີບານ ແລະ ເວລາສ່ວນໃຫຍ່ແມ່ນການເຂົ້າຟິດເນັດ ຫຼັງຈາກຟິດເນັດແລ້ວແມ່ນອ່ານປຶ້ມ ແລະ ຫາຄວາມຮູ້ເລັກໜ້ອຍໃນອິນເຕີເນັດ ສ່ວນເລື່ອງການແຕ່ງຕົວແມ່ນແຕ່ງສະບາຍສະບາຍ, ກິນງ່າຍ, ຢູ່ງ່າຍ ເປັນກັນເອງກັບທຸກຄົນລົມນຳໃດ້ທຸກເລື່ອງ. ສຸດທ້າຍນີ້ຂໍຝາກເຊຍ ແລະ ເປັນກຳລັງໃຈໃຫ້ກັບໂດ້ແດ່ເດີ Mister18 ໃກ້ຈະຮອດມື້ແຂ່ງຂັນແລ້ວ ຝາກທຸກຄົນຊ່ວຍເຂົ້າໄປກົດໄລຄ໌ ແລະ ແຊຣ໌ ເປັນກໍາລັງໃຈໃຫ້ໂດ້ ທີ່ເພຈໂຄງການປະກວດນໍາເດີ ເພຈຂອງ Mister Laos Mister international Laos.

ຮູບ: P’dodo Khamphouvong Khansanga