2 ບ້ານແດງ ແລະ ສະຖານທີ່ສ່ຽງໃໝ່ ຢູ່ນະຄອນຫຼວງວຽງຈັນ ຕາມນີ້

933

ນັບມື້ຍິ່ງຕ້ອງມີສະຕິລະວັງກັບພະຍາດຮ້າຍ ຢ່າງທີ່ເຮົາປະເຊີນຢູ່ກັບໂຄວິດ 19 ເຊິ່ງປັດຈຸບັນມີຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ ທີ່ໜ້າເປັນຫ່ວງກໍຄືຜູ້ຕິດເຊື້ອໃນຊຸມຊຸນ ນະຄອນຫຼວງວຽງຈັນ ຍິ່ງໜ້າຫ່ວງ
ຕາມຖານຖະແຫຼງຂ່າວ ປະາວັນທີ 1 ກັນຍາ 2021 ຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ຕື່ມ ຢູ່ນະຄອນຫຼວງວຽງຈັນ ມີ: ບ້ານ ສະພັງໝໍ້, ເມືອງ ໄຊເຊດຖາ.

ຈາກທັງໝົດບ້ານແດງຢູ່ນະຄອນຫຼວງວຽງຈັນຄື ເມືອງໄຊຖານີ ມີບ້ານ ຈະເລີນໄຊ, ດົງໂດກ, ຄຳຮຸ່ງ,
ເມືອງ ສັງທອງ ບ້ານກົວ
ຫາດຊາຍຟອງ ບ້ານ ດອນດູ່, ບ້ານ ສິມມະໂນໃຕ້, ບ້ານ ສິມມະໂນເໜືອ, ບ້ານໜອງແວງ, ບ້ານ ປາກເປັ່ງ, ບ້ານ ທ່າພະ ແລະ ບ້ານດົງຄຳຊ້າງ
ເມືອງ ສີສັດຕະນາກ ບ້ານ ທ່າພະລານໄຊ, ຈອມເພັດ
ເມືອງ ໄຊເສດຖາ ບ້ານ ສະພັງໝໍ້

ສະຖານທີ່ສ່ຽງຕ່າງໆໃນນະຄອນຫຼວງວຽງຈັນ ທີ່ຜູ້ຕິດເຊື້ອໃໝ່ເດີນທາງໄປ ມີ:
ຄລີນິກແຂ້ວໃກ້ກັບໂຮງຮຽນມິດຕ້າທົ່ງປົ່ງ,
ຮ້ານຂາຍເຄື່ອງຍ່ອຍແຄມທາງຕະຫຼາດທົ່ງປົ່ງ.

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
ນະຄອນຫຼວງ 2 ຄົນ, ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບກຸ່ມຕິດເຊື້ອຜ່ານມາ ບ້ານອ່າງໃຫ່ຍ ເມືອງ ສີໂຄດຕະບອງ 1 ຄົນ: ເພດຍີງ ອາຍຸ 36 ປີ ອາຊີບແມ່ເຮືອນ; ບ້ານໂພນສົມບູນ ເມືອງ ສີໂຄດຕະບອງ 1 ຄົນ, ເພດຍີງ ອາຍຸ 33 ປີ ອາຊີບ, ພະນັກງານບໍລິສັດວຽງທອງການຢາ ໄດ້ໄປວຽກລ່າສຸດວັນສຸກ ວັນທີ່ 27 ສີງຫາ 2021.

ຜູ້ກ່ຽວ ເປັນຜູ້ສຳຜັດໃກ້ຊິດ ແລະ ຢູ່ໃນໄລຍະກັກໂຕ ທີ່ເຊື່ອມໂຍງກັບ ບໍລິສັດຂົນສົ່ງທາງບົກ-ທາງນໍ້າ ທ່າເຮືອຫຼັກ 4.
ແຂວງ ສະຫວັນນະເຂດ 12 ຄົນ ມາຈາກ ບ້ານລັດຕະນະລັງສີໃຕ້ ມີ 4 ຄົນ ທີ່ໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເປັນພະນັກງານການຢາໂຮງໝໍແຂວງ;
ບ້ານຫົວເມືອງເໜຶອ ມີ 3 ຄົນ, ອີກ 5 ຄົນ ທີມງານກຳລັງສອບສວນເອົາຂໍ້ມູນເຊີ່ງຈະແຈ້ງໃຫ້ບັນດາທ່ານຊາບພາຍຫຼັງ
ບໍ່ແກ້ວ 18 ຄົນ ທັງໝົດ 18 ຄົນມາຈາກ ເຂດເສດຖະກິດພິເສດສາມລ່ຽມທອງຄຳ

ຈໍາປາສັກ 14 ຄົນ ພະນັກງານແພດ ຢູ່ໂຮງໝໍຊຸມຊົນ ເມືອງປະທຸພອນ 12 ຄົນ; ເຈົ້າໜ້າທີ່ ຕຳຫລວດ 1 ຄົນ ແລະ ຜູ້ສຳຜັດໃກ້ຊິດ 1 ຄົນ
ແຂວງ ຄຳມ່ວນ 4 ຄົນ, ທັງໝົດເປັນໃນຄອບຄົວ ແລະ ສໍາພັດໃກ້ຊິດຂອງກໍລະນີຕິດເຊື້ອຜ່ານມາ ເມືອງ ຫີນບູນ 3 ຄົນ ຈາກບ້ານມ່ວງໄຂ່, ເມືອງ ທ່າແຂກ 1 ຄົນ ຈາກບ້ານ ເລົາໂພໄຊ.
ຫຼວງນ້ຳທາ 1 ຄົນ

ຫຼວງພະບາງ 1 ຄົນ ບ້ານປ່າໄຜ່ ເມືອງນານ, ຊື່ງ ສຳຜັດ ກັບຜູ້ຕິດເຊື້ອ ຈາກເມືອງ ນານ.
ໄຊຍະບູລີ 1 ຄົນ ເປັນພະນັກງານຂັບລົດ ຢູ່ບໍລິສັດພອນສະຫັວນ ບ້ານສີເມືອງ, ເມືອ ງໄຊຍະບູລີ ສຳຜັດກັບຜູ້ເຊື້ອຜ່ານມາ.
ແຂວງວຽງຈັນ 1 ຄົນ ບ້ານໂພນແພງ, ເມືອງທຸລະຄົມ ທີ່ເຊື່ອມໂຍງກັບກໍລະນີຈາກບ້ານ ດອນດູ່ ເມືອງຫາດຊາຍຟອງ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15.289 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.418 ຄົນ.