ໂຣນັລໂດ ຜ່ານການກວດຮ່າງກາຍກັບ ແມນຢູ ແລ້ວຄາດເຊັນສັນຍາ 2 ປີພ້ອມຄ່າເມື່ອຍສູງສຸດໃນລີກ

268

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຊາວປ໊ອກຕຸຍການ ຜ່ານການກວດຮ່າງກາຍກັບ ແມນເຊັສເຕີ ຢູໄນເຕັດ ຢ່າງເປັນທາງການ ເມື່ອວັນທີ 30 ສິງຫາ 2021 ຄາດວ່າຈະເຊັນສັນຍາກັນ 2 ປີ ຈົນເຖິງລະດູການ 2023 ບວກກັບເງື່ອນໄຂສ່ວນຕົວກັບ ໂຣນັລໂດ ຮຽບຮ້ອຍແລ້ວ ຕາມການລາຍງານຂອງ ສະກາຍ ສະປອດ ສື່ຊັ້ນນໍາໃນປະເທດອັງກິດ.

ນອກນັ້ນ, ມີການຄາດການວ່າ: ໂຣນັລໂດ ຍັງຕອບຮັບສັນຍາມູນຄ່າ 480.000 ປອນຕໍ່ອາທິດ ເຊິ່ງຈະເປັນມູນຄ່າທີ່ແພງທີ່ສຸດໃນພຣີເມຍລີກ ອັງກິດ ແລະ ພ້ອມລົງແຂ່ງຂັນໃນນັດທີ່ຈະພົບກັບ ນິວຄາສເຊິລ ຢູໄນເຕັດ ໃນວັນທີ 11 ກັນຍາ 2021.

ຂະນະທີ່ ໂອເລ ກຸນນາ ໂຊລຊາ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ໃຫ້ສໍາພາດວ່າ: ພວກເຮົາຫວັງເປັນຢ່າງຍິ່ງວ່າ ຈະຈັດການເລື່ອງເອກະສານ ແລະ ປະກາດໃຫ້ ໂຣນັລໂດ ຮ່ວມທີມຢ່າງເປັນທາງການ, ລາວເປັນສຸດຍອດນັກເຕະຄົນໜຶ່ງ, ຂ້ອຍຕື່ນເຕັ້ນທີ່ຈະໄດ້ດໍາເນີນການສ້າງທີມຕໍ່ໄປ ແລະ ລາວຈະສາມາດສ້າງຄວາມແຕກຕ່າງໃຫ້ກັບທີມ.
ຮູບຈາກ: AP