ລັດຖະບານ ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ອີກ15 ວັນ ໂດຍກຳນົດ 13 ຂໍ້ຫ້າມ, ສະເພາະນະຄອນຫຼວງວຽງຈັນ ປິດການສັນຈອນແຕ່ 22:00 ໂມງ – 05:00 ໂມງ

2541

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນສູນກາງ ໄດ້ຖະແຫລງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ19 ໃນໄລຍະວັນທີ 1 ຫາ 15 ກັນຍາ 2021 ໃນຕອນແລງວັນທີ 31 ສິງຫາ 2021.

ທ່ານ ນາງ ທິບພະກອນ ຈັນທະວົງສາ ກ່າວວ່າ: ຢູ່ ສປປ ລາວ ພວກເຮົາ ແມ່ນມີທ່າອ່ຽງຂອງການແຜ່ລະບາດໃນຊຸມຊົນເປັນວົງກ້ວາງຂຶ້ນ ຖ້າສັງຄົມຫາກບໍ່ປະຕິບັດມາດຕະການຕ່າງໆທີ່ການຈັດຕັ້ງແຕ່ລະຂັ້ນ ວາງອອກຢ່າງ ດ້ວຍຄວາມຕື່ນຕົວ ແລະ ເຂັ້ມງວດ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໄວ້ ໃນຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 01 ກັນຍາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ກັນຍາ 2021 ຕາມແຈ້ງການເລກທີ 1094/ຫສນຍ ລົງວັນທີ31 ສິງຫາ 2021

ໃນນີ້ ໄດ້ກຳນົດມາດຕະການຕ້ອງເພີ່ມທະວີການປະຕິບັດ, ການຫ້າມ ແລະ ການຈໍາກັດດັ່ງນີ້:
1. ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງຕາມຫຼັກວິຊາການກ່ຽວຂ້ອງ.
2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 2.9 ຂອງແຈ້ງການສະບັບນີ້.


3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.
4. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.


5. ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຕະຫຼາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.

6. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະ ກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
7. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.


8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ. ສໍາລັບການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນໍ່ໍ້າຢາຂ້າເຊື້ອ.


9. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
11. ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.
12. ໃຫ້ເລື່ອນການເປີດສົກຮຽນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະ ສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.


13. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກວັກຊີນຄົບໂດສ, ແຕ່ຖ້າຢູ່ສຳນັກງານ-ອົງການໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ. ສຳລັບຜູ້ຍິງຖືພາ ທີ່ບໍ່ສາມາດສັກວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.