ວິທະຍາຄານ ກົມມະດຳ ປະດັບທຽບຊັ້ນໃຫ້ນາຍທະຫານ ທີ່ຮຽນຈົບວິຊາສະເພາະຈາກສາຍລັດ

977

ວິທະຍາຄານ ກົມມະດຳ ໄດ້ຈັດຕັ້ງພິທີປະດັບທຽບຊັ້ນໃຫ້ພະນັກງານທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຂຶ້ນໃນວັນທີ 30 ສິງຫາ 2021 ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານ ກົມມະດຳ, ມີພະແນກການຕະຫຼອດຮອດພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

ສະຫາຍ ພັນຕີ ຄຳປຸ່ນ ພິມມະສອນ ຮອງພະແນກພະນັກງານ ວິທະຍາຄານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນຈົບວິຊາສະເພາະຈາກສາຍລັດຢູ່ ວິທະຍາຄານ ກົມມະດຳ. ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາທີ 19 ແລະ ມາດຕາທີ 20 , ໃນນັ້ນກົມໃຫຍ່ການເມືອງກອງທັບຕົກລົງປະດັບຊັ້ນຮ້ອຍໂທໃຫ້ນັກຮຽນຮຽນຈົບຊັ້ນສູງຈຳນວນ 5 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີໃຫ້ນັກຮຽນຈົບຊັ້ນກາງຈຳນວນ 2 ສະຫາຍ.

ໂອກາດດັ່ງກ່າວສະຫາຍ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານ ກົມມະດຳ ໄດ້ກ່າວຍ້ອງຍໍຊົມເຊີຍມາຍັງພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງສືບຕໍ່ເຝີກຝົນຫຼໍ່ຫຼອມຄຸນທາດການເມືອງ-ແນວຄິດ,ຄຸນສົມບັດສິນທຳປະຕິວັດ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ,ເອົາໃຈໃສ່ຕໍ່ໜ້າທີ່ວຽກງານໄດ້ຮັບການມອບໝາຍດ ປັບປຸງແບບແຜນວິທີເຮັດວຽກ ແລະ ຄວາມຮູ້-ຄວາມສາມາດທີ່ໄດ້ຮຽນມາໄປໝູນໃຊ້ຢູ່ໃນກົມກອງຮາກຖານຂອງຕົນເປັນຢ່າງດີ,ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ.