ໜ້າຫ່ວງ! ມື້ນີ້ພົບຜູ້ຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ 24 ກໍລະນີ ໃນຜູ້ຕິດເຊື້ອທັງໝົດ 199 ຄົນ

823

ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອັງຄານ ວັນທີ 31 ສິງຫາ ປີ 2021 ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 30 ສິງຫາ 2021

ໄດ້ກວດວິເຄາະທັງໝົດ 3,521 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 199 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 64 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
ນະຄອນຫຼວງ 24, ສະຫວັນນະເຂດ 14 ຄົນ, ບໍ່ແກ້ວ 11 ຄົນ, ຫຼວງນ້ຳທາ 8 ຄົນ, ສາລະວັນ 3 ຄົນ, ຄຳມ່ວນ 2 ຄົນ, ອຸດົມໄຊ 1 ຄົນ, ຈຳປາສັກ 1 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 135 ຄົນ ຈາກ ບໍລິຄຳໄຊ 2 ຄົນ, ນະຄອນຫຼວງ 4 ຄົນ, ຄຳມ່ວນ 5 ຄົນ, ສາລະວັນ 19 ຄົນ ,ຈຳປາສັກ 51 ຄົນ ແລະ ສະຫວັນນະເຂດ 54 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,015 ຄົນ, ເສຍຊີວິດສະສົມ 14 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,983 ຄົນ.