ສິງກະໂປ ສັກວັກແຊັງໃຫ້ປະຊາຊົນ ກວມ 80%

159

ສຳນັກຂ່າວຕ່າງປະເທດລາຍງານວ່າ ສິງກະໂປ ໄດ້ສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນຄົບ 2 ເຂັມແລ້ວ ກວມເອົາ 80% ຂອງປະຊາກອນທັງໝົດທີ່ມີປະມານ 5,7 ລ້ານຄົນ.

ທານ ອອງ ຍີ ຄັງ ລັດຖະມົນຕີກະຊວງສາທາລະນະສຸກສິງກະໂປ ກ່າວວ່າ: ຜົນສຳເລັດຄັ້ງນີ້ໄດ້ຮັບຄວາມຮ່ວມມືຈາກປະຊາຊົນສິງກະໂປເປັນຢ່າງດີ ເຊິ່ງຈະເຫັນໄດ້ວ່າປະຊາຊົນໃສ່ໃຈໃນຄວາມປອດໄພຂອງຕົນເອງ ແລະ ຄົນອ້ອມຂ້າງ, ພ້ອມທັງກ່າວສະແດງຄວາມຂອບໃຈມາຍັງແພດໝໍທຸກຄົນທີ່ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍສິງກະໂປ ໄດ້ຈັດທີມແພດໝໍລົງໄປສັກວັກແຊັງໃຫ້ປະຊາຊົນຕາມໝູ່ບ້ານ ຈາກ 11 ທີມໃນເມື່ອກ່ອນເພີ່ມເປັນ 33 ທີມ.

ແນວໃດກໍຕາມ, ສິງກະໂປຍັງພົບຄລັສເຕີ ( ຈຸດສູນກາງການແຜ່ລະບາດໃໝ່ ) ເພີ່ມອີກ 3 ຈຸດ ລວມເປັນ 60 ຈຸດ ທີ່ຈະຕ້ອງເຝົ້າລະວັງຢ່າງໃກ້ຊິດ ເຊິ່ງແຕ່ລະຄລັສເຕີ ມີຜູ້ຕິດເຊື້ອຕັ້ງແຕ່ 3 ຄົນ ຫາ 1.155 ຄົນ, ຈົນເຖິງຂະນະນີ້ ສິງກະໂປ ມີຜູ້ຕິດເຊື້ອສະສົມ 67 ພັນກວ່າຄົນ ແລະ ເສຍຊີວິດ 55 ຄົນ.