ດີໃຈນຳ 37 ຄົນຢູ່ສະຫວັນນະເຂດປິ່ນປົວຫາຍດີລໍຖ້າກັບຄືນບ້ານເກີດ

338

ເຖິງແມ່ນວ່າສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ ໂດຍສະເພາະໃນແຂວງ ສະຫວັນນະເຂດ ທີ່ມີຕົວເລກການຕິດເຊື້ອໃນຊຸມຊົນທີ່ເພີ່ມຂຶ້ນ ແຕ່ຕໍ່ໜ້າສະພາບການດັ່ງກ່າວທຸກພາກສ່ວນກໍ່ໄດ້ເອົາໃຈໃສ່ໃນຂະບວນການຕ້ານກັບພະຍາດອັກເສບປອດ ຢ່າງຈີງຈັງ ໃນນັ້ນ ສະເພາະທີມແພດທີ່ເຮັດໜ້າທີ່ປິ່ນປົວໄດ້ສົ່ງຜູ້ປ່ວຍກັບບ້ານຢ່າງຕໍ່ເນື່ອງນັ້ນໝາຍເຖິງຜົນສຳເລັດທີ່ຍາດມາໄດ້ໃນພາລະກິດຕີຕ້ານໂຄວິດ ເຊິ່ງຫຼ້າປົວຫາຍດີອີກ 37 ຄົນ.


ໂຮງໝໍພາກສະໜາມທີ່ແຂວງສະຫວັນນະເຂດໄດ້ສົ່ງຕົວຂອງຜູ້ຫາຍດີຈາກການຕິດເຊື້ອໂຄວິດ-19 ເຖິງ 37 ຄົນໃນຄັ້ງຫຼ້າສຸດແມ່ນວັນທີ 29 ສິງຫາ 2021 ແມ່ນມາຈາກໂຮງໝໍພາກສະໜາມ ຫຼັກ9 ຈຳນວນ 25 ຄົນ, ໂຮງໝໍສະຫນາມໂນນສະຫວາດ ຈຳນວນ 2 ຄົນ ແລະ ວິທະຍາໄລ ວິທະຍາສາດ ສຸຂະພາບ 10 ຄົນ.


ຕົວແທນຂອງແພດໝໍກ່າວວ່າ: ຫຼັງຈາກທີ່ກັບບ້ານແລ້ວກໍ່ຕ້ອງສືບຕໍ່ ແຍກປ່ຽວກັກບໍລິເວນຕົວເອງ ຢູ່ສູນພາຍໃນເມືອງທີ່ມີການກະກຽມຕື່ມ 14 ວັນ ໃຫ້ເອົາໃຈໃສ່ປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ດັງ ແລະ ລ້າງມືໃສ່ສະບູ ຫຼື ເຈວຂ້າເຊື້ອ ຕະຫຼອດເຖິງການຕິດຕາມອຸນຫະພູມ ແລະ ອາການຕ່າງໆຂອງຕົນເອງໃນແຕ່ລະວັນ ຖ້າມີອາການດັ່ງໜຶ່ງແມ່ນໃຫ້ໂທປຶກສາແພດເພື່ອຂໍຄຳເນາະນຳ.


ແພດໝໍຍັງກ່າວຕື່ມວ່າ: ມອບໃຫ້ທາງຄອບຄົວ ແລະ ອຳນາດການປົກຄອງບ້ານແຈ້ງຕໍ່ປະຊາຊົນພາຍໃນບ້ານ ໃຫ້ມີຄວາມເຂົ້າໃຈ, ບໍ່ໃຫ້ມີການລັງກຽດຕໍ່ຕົວຂອງຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ຄອບຄົວເຂົາພ້ອມ ໃຫ້ທຸກຄົນໃນສັງຄົມເປັນກຳລັງໃຈ ແລະ ສະໜັບສະໜູນ ເພື່ອໃຫ້ພວກເຂົາມີກຳລັງໃຈໃນການໃຊ້ຊີວິດໃນສັງຄົມຕໍ່ໄປ.
ປັດຈຸບັນທີ່ສະຫວັນນະເຂດມີຕົວເລກສະສົມຂອງຜູ້ຕິດເຊື້ອທີ່ 5.078 ຄົນ, ຍັງຄ້າງທີ່ສູນ 2.389 ຄົນ, ປິ່ນປົວຫາຍດີ 2.689 ຄົນ ໃນນັ້ນຍິງ 1.383 ຄົນ ແລະ ເສຍຊີວິດ 5 ຄົນ
( ຂໍ້ມູນ 29 ສິງຫາ 2021 )