ກະຊວງປ້ອງກັນຄວາມສະຫງົບ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ມອບເງິນຊ່ວຍເຫຼືອໃຫ້ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

530

ໃນຕອນບ່າຍຂອງວັນທີ 26 ສິງຫາ 2021 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເຊິ່ງນຳໂດຍທ່ານ ພົນຈັດຕະວາ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນນຳໂດຍທ່ານນາງ ໄຍບົວ ສຸລິວົງ ໄດ້ພ້ອມກັນນຳເງິນມາປະກອບສ່ວນຊ່ວຍເຫຼືອໂຄງການຮ່ວມແຮງຮ່ວມໃຈ ເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19 ພາຍໃນແຂວງສະຫວັນນະເຂດ.

ໃຫ້ກຽດຕ້ອນຮັບໂດຍທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.


ຈາກການຊ່ວຍເຫຼືອໃນຄັ້ງນີ້, ກະຊວງ ປກສ ໄດ້ມອບເງິນສົດຈຳນວນ 350 ລ້ານກີບ, ໃນນີ້ມອບໃຫ້ຄະນະສະເພາະກິດຂັ້ນແຂວງຈຳນວນ 200 ລ້ານກີບ ແລະມອບໃຫ້ກອງບັນຊາການ ປກສ ແຂວງ ຈຳນວນ 150 ລ້ານກີບ. ສ່ວນສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ ໄດ້ມອບເງິນປະກອບສ່ວນ ຈຳນວນ 100 ລ້ານກີບ ແລະທ່ານ ສາຍສະໝອນ ກວນເມືອງຈັນ ຮ່ວມກັບທ່ານ ນາງ ໄຍບົວ ສຸລິວົງ ມອບເງິນສົດອີກ ຈໍານວນ 50 ລ້ານກີບ.


ຈາກນັ້ນ, ທ່ານ ວຽງທະວີສອນ ເທບພະຈັນ ກໍ່ໄດ້ກ່າວຮັບ ພ້ອມທັງສະແດງຄວາມຂອງໃຈມາຍັງບັນດາທ່ານຜູ້ທີ່ປະກອບສ່ວນຊ່ວຍເຫຼືອໃຫ້ແຂວງສະຫວັນນະເຂດ ໃນຄັ້ງນີ້.