ເຈົ້າແຂວງສະຫວັນະເຂດ ເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງໃນເທດສະບານເມືອງເຊໂປນ

379

ຕອນເຊົ້າວັນທີ 26 ສິງຫາ 2021 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ພ້ອມຄະນະພະແນກການອ້ອມຂ້າງທີ່ກ່ຽວຂ້ອງ ໄດ້ໄປຢ້ຽມຢາມເບິ່ງການພັດທະນາພື້ນຖານໂຄງລ່າງເມືອງເຊໂປນ ໂດຍການຕ້ອນຮັບຂອງທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມຄະນະ.


ໃນນັ້ນ ກໍໄດ້ໄປເບິ່ງການກໍ່ສ້າງຈຸດພັກລົດເຂດບ້ານນາຫຼວງ ທາງເຂົ້າບໍລິສັດຊັນເປເປີ້ ເຊິ່ງຈຸດພັກລົດດັ່ງກ່າວ ແມ່ນບໍລິສັດ ໄຈແອັ້ນລາວ ຂາເຂົ້າ-ຂາອອກ ຈຳກັດ ເປັນຜູ້ລົງທຶນກໍ່ສ້າງ, ທ່ານ ສີສົມພອນ ພະສະຫວັດ ຜູ້ອຳນວຍການບໍລິສັດ ລາຍງານຕໍ່ທ່ານເຈົ້າແຂວງສະຫວັນະເຂດວ່າ: ຈຸດພັກລົດໃນເຂດບ້ານນາຫຼວງ ສ້າງຂື້ນເພື່ອຮອງຮັບລົດບັນທຸກ ທຸກປະເພດ ເພື່ອໃຫ້ຜູ້ຂັບລົດໄດ້ມີບ່ອນພັກເຊົາໃນເວລາບໍ່ສາມາດແລ່ນລົດໄດ້ ເຊິ່ງຈະສ້າງຫ້ອງພັກທົ່ວໄປ ແລະ ຫ້ອງພັກລະດັບພິເສດ ມີຮ້ານສະດວກຊື້ ເຊິ່ງທາງບໍລິສັດມີແຜນຈະສົ່ງເສີມແຮງງານທ້ອງຖິ່ນ ເພື່ອນຳມາຂາຍເປັນເຄື່ອງທີ່ລະນຶກ, ຈຸດພັກລົດຊົ່ວຄາວ ຈະສາມາດຮອງຮັບລົດບັນທຸກໄດ້ປະມານ 20 ຄັນ ຫຼືປະມານ 40 ພວງລົດ, ໃນປະຈຸບັນແມ່ນບຸກເບີກເນື້ອທີ່ສຳເລັດ ແລະຢູ່ໃນຂັ້ນຕອນກຳລັງກໍ່ສ້າງຫ້ອງນ້ຳ ແລະ ອາຄານຕ່າງໆ.


ໃນເວລາຕໍ່ມາ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ພ້ອມຄະນະ ກໍໄດ້ໄປເບິ່ງການສ້ອມແປງເສັ້ນທາງພາຍໃນເທດສະບານເມືອງເຊໂປນ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນລາຍງານວ່າ: ການສ້ອມແປງເສັ້ນທາງ ລວມມີ 3 ເສັ້ນ ໂດຍແມ່ນບໍລິສັດວຽງວິໄລກໍ່ສ້າງ ຂົວ-ທາງ ຈຳກັດຜູ້ດຽວ ເປັນຜູ້ສ້ອມແປງ ໃນມູນຄ່າລວມທັງໝົດ: 47ລ້ານກ່ວາກີບ ໂດຍແມ່ນການລະດົມທຶນຈາກບັນດາບໍລິສັດຫ້າງຮ້ານ ແລະ ປະຊາຊົນ ເພື່ອສ້ອມແປງເສັ້ນທາງໃຫ້ໄປມາໄດ້ສະດວກຂຶ້ຶ້ນກວ່າເກົ່າ, ການສ້ອມແປງດ່ວນທາງເທສະບານມີລະອຽດຄື: ແຕ່ສາມແຍກທາງໜ້າເຮືອນພັກມະນີຊັບ ຫາ ຂ້າງຄີວລົດ ຍາວ 530 ແມັດ, ແຕ່ສາມແຍກເສັ້ນທາງເລກທີ 9 ຫາ ໂຮງຮຽນ ມສ ຊົນເຜົ່າເມືອງເຊໂປນ ຍາວ 460 ແມັດ ແລະແຕ່ສາມແຍກເສັ້ນທາງເລກທີ 9 ຫາ ວິທະຍາໄລເຕັກນິກວິຊາຊີບ ເຊໂປນ ຍາວ 1ພັນ ແມັດ, ປະຈຸບັນແມ່ນຢູ່ໃນໄລຍະການສ້ອມແປງ ແລະ ຈະໃຫ້ສຳເລັດໃນມໍ່ໆນີ້.

ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ກໍໄດ້ແນະນຳໃຫ້ບໍລິສັດ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ກໍ່ສ້າງ ແລະ ສ້ອມແປງໃຫ້ລະອຽດ ແລະໄວ, ສ້າງຕະຄອງຮ່ອງນ້ຳທີ່ແໜ້ນໜາ ເພື່ອໃຫ້ມີບ່ອນລະບາຍ ແລະ ເສັ້ນທາງກໍ່ຈະບໍ່ເປ່ເພງ່າຍ, ທັງນີ້ກໍເພື່ອສະດວກໃນການສັນຈອນໄປມາ ສ້າງເທດສະບານໃຫ້ມີຄວາມສະອາດ ຈົບງາມ