ວິທະຍາຄານກົມມະດຳ ເປີດຮັບນັກຮຽນສົກໄໝ່ປີ2021-2022

556

ວັນອັງຄານ ທີ 24 ສິງຫາ 2021 ວິທະຍາຄານກົມມະດຳ ໄດ້ເປີດຮັບນັກຮຽນໃຫມ່ເຂົ້າມາຮຽນຢູ່ໃນກົມກອງ ປະຈຳສົກປີ 2021-2022 ທີ່ສະໂມສອນວິທະຍາຄານ ພາຍໃຕ້ການຊີ້ນຳ ຂອງສະຫາຍ ພັນໂທ ອຳພອນ ສີໂສພົດ ຫົວຫນ້າພະແນກ ພະນັກງານ ຫ້ອງການເມ່ີອງວິທະຍາຄານ ມີພະແນກກຳລັງພົນ, ພະແນກກວດກາພັກ, ພະແນກຊາວຫນຸ່ມ, ພະແນກປະກັນສັງຄົມ, ບັນດາກອງພັນ ແລະນັກຮຽນເຂົ້າຮ່ວມ.


ອີງຕາມແຜນການກຳນົດຕົວເລກກໍ່ສ້າງ-ບຳລຸງ ນາຍ ແລະພົນທະຫານ ເຂົ້າຮຽນຢູ່ບັນດາວິທະຍາຄານ ແລະໂຮງຮຽນທົ່ວປະເທດ ຂອງກອງທັບປະຊາຊົນລາວ ປະຈຳສົກຮຽນ 2021-2022 ສະບັບເລກທີ 1027/ກປທ ລົງວັນທີ 22 ກຸມພາ 2021; ໂດຍອີງຕາມ ການຄົ້ນຄວ້ານຳສະເຫນີ ຂອງກົມພະນັກງານ ສະບັບເລກທີ 2194/ກພງ ລົງວັນທີ 19 ກໍລະກົດ 2021 ວ່າດ້ວຍການອະນຸມັດໃຫ້ ພະນັກງານ-ນັກຮົບ ໄປຮຽນໃນລະບົບກໍ່ສ້າງຢູ່ວິທະຍາຄານກົມມະດຳ ແບ່ງເປັນ 3 ລະບົບຄື: ລະບົບກໍ່ສ້າງປະລິນຍາຕີ 10 ເຫລົ່າຮົບວິຊາສະເພາະ ຈຳນວນ 224 ສະຫາຍ, ກໍ່ສ້າງບຳລຸງພະນັກງານ ລະບົບ 1 ປີ ແລະກໍ່ສ້າງນາຍສິບ 5 ເຫຼົ່າຮົບວີຊາສະເພາະຈຳນວນ 140 ສະຫາຍ, ລວມທັງຫມົດມີ 402 ສະຫາຍ.

ໃນນັ້ນອຳນວຍການ ວິທະຍາຄານ ຕົກລົງແຕ່ງຕັ້ງຄະນະຊີ້ນຳລວມ,ກວດກາຂໍ້ມູນ ເອກະສານ, ກວດກາປະຫວັດຂອງບຸກຄົນ, ກວດກາສຸຂະພາບທັງນີ້ກໍເພ່ີ່ອແນໃສ່ການເຮັດວຽກ ຂອງຄະນະອະນຸກຳມະການ ຮັບຜິດຊອບ,ເພ່ີ່ອກວດກາເປົ້າໝາຍ ຂອງນັກຮຽນກໍ່ສ້າງບຳລຸງທີ່ຈະເຂົ້າມາຮໍ່າຮຽນຢູ່ວິທະຍາຄານໃຫ້ຖ່ີກຕາມເງ່ີ່ອນໄຂມາດຖານ ຂອງກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບວາງອອກ.


ການຕ້ອນຮັບຂອງຄະນະໃນຄັ້ງນີ້ແມ່ນໄດ້ເພີ່ມມາດຕະການ ການປ້ອງກັນພະຍາດລະບາດ ໂຄວິດ -19 ຢ່າງເຂັ້ມງວດ ໃຫ້ ນັກຮຽນ, ພະນັກງານທີ່ເຂົ້າຮ່ວມທຸກສະຫາຍ ຕ້ອງໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ ແລະ ເຈວລ້າງມ່ີທຸກຄັ້ງ ມີ ແພດຫມໍ ມາວັດແທກອຸນະພູມ.

ຂ່າວ-ພາບ:ບຸນເກີດ ຈັນທະວົງ