ໂຄງການພັດທະນາກະສິກໍາຄົບວົງຈອນແບບທັນສະໄໝ ຈະເລີ່ມລົງມືກໍ່ສ້າງເພື່ອສ້າງວິຊາຊີບ-ວຽກເຮັດງານທໍາໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ

341

ໃນວັນທີ 21 ສິງຫາ 2021 ທີ່ຜ່ານມາ ເຊິ່ງເປັນກິດຈະກໍາສຸດທ້າຍ ທີ່ທາງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ(ປປລ) ໄດ້ເຄື່ອນໄຫວເຮັດວຽກຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໃນຄັ້ງນີ້ ກໍ່ຄືການລົງຢ້ຽມຢາມ ໂຄງການພັດທະນາກະສິກໍາຄົບວົງຈອນ ແບບທັນສະໄໝ ຢູ່ທີ່ ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ແຂວງຄໍາມ່ວນ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ມີ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງໆ ຄໍາມ່ວນ, ຄະນະບໍລິຫານງານຊາວໜຸ່ມແຂວງ ຕະຫຼອດພໍ່ແມ່ປະຊາຊົນ ເຂົ້າຮ່ວມ.


ໂຄງການ ພັດທະນາກະສິກໍາຄົບວົງຈອນ ແບບທັນສະໄໝ ຕັ້ງຢູ່ທີ່ ບ້ານໂພນເຍຍນ້ອຍ ເມືອງທ່າແຂກ ເຊິ່ງໂຄງການນີ້ ຈະຫັນໃຫ້ເປັນສູນກະສິກໍາ ຕິດພັນກັບການທ່ອງທ່ຽວ ແບບອະນຸລັກທໍາມະຊາດ ເຊິ່ງມີເນື້ອທີ່ 25 ເຮັກຕາ ຈະເປັນສູນຕົວແບບຮອບດ້ານ ໃນການພັດທະນາຊາວໜຸ່ມ-ໄວໜຸ່ມ ໃນການຝຶກອົບຮົມ ຮຽນຮູ້ ເຕັກນິກວິຊາການ ພ້ອມທັງໄດ້ມີວິຊາຊີບ-ສ້າງວຽກເຮັດງານທໍາ.


ທ່ານ ອາລຸນໄຊ ສູນນະລາດ ໄດ້ມີທັດສະນະ ປະກອບຄໍາຄິດເຫັນ ຕໍ່ໂຄງການນີ້ ວ່າ: ຈຸດປະສົງ ກໍ່ເພື່ອຈະສ້າງເປັນສູນຮຽນຮູ້ ຖ່າຍທອດ ທັດສະນະສຶກສາຕິດພັນການທ່ອງທ່ຽວ ພ້ອມທັງຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ໃນດ້ານເຕັກນິກວິຊາການ ເຂົ້າບັນຈຸລົງເລິກໃນວຽກງານຕົວຈິງ ໃນກິດຈະກໍາຕ່າງໆ ເພື່ອສ້າງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ກໍ່ຄື ຊາວໜຸ່ມ-ໄວໜຸ່ມ ໄດ້ມີລາຍຮັບເຂົ້າຕົນເອງ ແລະ ຄອບຄົວ, ໄດ້ມີວິຊາຊີບ-ສ້າງວຽກເຮັດງານທໍາ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ການປະຕິບັດຫັນຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ ລາວ ໃຫ້ປະກົດຜົນເປັນຈິງ ກໍ່ຄື ປະຕິບັດ 2 ວາລະແຫ່ງຊາດ ທີ່ໄດ້ກໍານົດໄວ້.