ບໍ່ສາຍເກີນແກ້ ຖ້າຊ່ວຍກັນຢ່າງເຂັ້ມງວດ

245

ໂຄວິດ-19 ຢູ່ ສປປ ລາວແມ່ນຍັງມີການແຜ່ລະບາດຢ່າງໜັກ ໂດຍສະເພາະມີການຕິດເຊື້ອພາຍໃນຊຸມຊົນທີ່ເພີ່ມຂຶ້ນຢ່າງໜ້າຕົກໃຈ ໃນແຕ່ລະມື້ ເປັນຕົ້ນແມ່ນ: ຈຳປາສັກ , ສະຫວັນນະເຂດ ແລະ ສາລະວັນ ແຕ່ເດືອນສິງຫາ ໂດຍສະເພາະ 3-4 ວັນທີ່ຜ່ານມາ ການຕິດເຊື້ອຢູ່ສະຫວັນນະເຂດ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ເຊິ່ງທັງນີ້ແມ່ນມີການຕິດເຊື້ອຢູ່ພາຍໃນຊຸມຊົນສູງ.


ຕໍ່ກັບສະພາບການດັ່ງກ່າວແມ່ນໄດ້ສ້າງຄວາມເສຍຫາຍແກ່ສະພາບເສດຖະກິດ ແລະ ສ້າງຄວາມກັງວົນໃຫ້ກັບປະຊາຊົນໃນທົ່ວປະເທດ ໂດຍສະເພາະຍັງມີການກັບມາຂອງແຮງງານໃນທຸກໆວັນ ເຊິ່ງເປັນສາເຫດທີ່ເກີດໃຫ້ມີຄວາມສ່ຽງ ດັ່ງນັ້ນ ເພື່ອບໍ່ໃຫ້ສະຖານະການພາຍໃນ ສປປ ລາວເຮົາ ຮ້າຍແຮງໄປກວ່ານີ້ ທຸກຄົນຕ້ອງໄດ້ເປັນຫູເປັນຕານຳກັນໃນທຸກດ້ານຕໍ່ກັບມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ຕາມທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ.


ຖ້າຢາກໃຫ້ສະພາບການດຳລົງຊີວິດໃນສັງຄົມກັບມາສູ່ສະພາບເດີມ ການປະຕິບັດຕາມ ຄຳສັ່ງ ມາດຕະການທີ່ ລັດຖະບານ ແລະ ຄະນະສະເພາະກິດວາງອອກ ກໍ່ຈະສາມາດຊ່ວຍຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໃໝ່, ຫຼຸດຜ່ອນການເສຍຊີວິດໃໝ່ໃນປະເທດເຮົາ, ກ້າວໄປສູ່ການດຳລົງຊີວິດທີ່ປົກກະຕິໃຫ້ໄດ້ໂດຍໄວ ທັງໝົດນີ້ບໍ່ແມ່ນໜ້າທີ່ຂອງຄົນໃດຄົນໜື່ງເທົ່ານັ້ນ ແຕ່ເປັນຂອງໝົດທຸກຄົນ.


ທັງນີ້ກໍ່ເພື່ອເປັນການຊ່ວຍເຫຼືອປະເທດຊາດ ແລະ ໃຫ້ກຳລັງແພດໝໍທີ່ປະຕິບັດໜ້າທີ່ ເພິ່ນຕ້ອງເສຍສະຫຼະເວລາເພື່ອສ່ວນລວມ ດັ່ງນັ້ນແລ້ວ ຈຶ່ງຢາກຂໍຮ້ອງໃຫ້ປະຊາຊົນທົ່ວປະເທດ ຂ່າວໃດທີ່ບໍ່ເປັນກຸສົນບໍ່ທັນຮູ້ທີ່ໄປທີ່ມາຢ່າຟ້າວແຊ ຈະເປັນສ້າງຄວາມສັບສົນແກ່ຜູ້ໄດ້ພົບເຫັນ ແລະອ່ານ.