ໃຈນັກສູ່ອີ່ຫຼີ່! ເກມມີ ຕິດທີມຊາດລາວອີກຄັ້ງ ຫຼັງ 2-3 ປີກ່ອນຜ່າຕັດຫົວເຂົ່າເກືອບຕັດສິນໃຈບໍ່ກັບມາເຕະບານອີກ

415

ໃຈນັກສູ້ອີ່ຫຼີ່ສໍາລັບ ສາວ ເກມມີ ພັດດາລາ ກອງໜ້າທີມຊາດຍິງລາວ ສາມາດສູ້ກັບອາການບາດເຈັບ ຈົນສາມາດຕິດທີມຊາດລາວ ຊຸດໃຫຍ່ ຄັ້ງທໍາອິດໄດ້ສໍາເລັດໃນປີ 2021 ເພາະກ່ອນໜ້ານີ້ສ້າງຜົນງານໂດດເດັ່ນ ພາທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 16 ປີຜ່ານເຂົ້າຮອບສຸດທ້າຍໃນການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2017 ( 2017 AFC U-16 Women’s Championship ) ກ່ອນຈະໄດ້ຮັບບາດເຈັບເຖິງຂັ້ນຜ່າຕັດຫົວເຂົ່າ.

ເຊື່ອວ່າຫຼາຍຄົນຍັງຈື່ໄດ້ສໍາລັບ ສາວ ເກມມີ ພັດດາລາ ລະເບີດຟອມເກັ່ງໃນການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2017 ຮຸ່ນອາຍຸບໍ່ເກີນ 16 ປີຮອບຄັດເລືອກ ທີ່ປະເທດໄທ ສາມາດຍິງໄປເຖິງ 8 ປະຕູຄື: ຍິງໄດ້ 2 ປະຕູນັດຊະນະ ມຽນມາ 5-2, ຍິງໄດ້ 1 ປະຕູນັດເສຍໃຫ້ ໄທ 2-5 ແລະ ຍິງໄດ້ 5 ປະຕູນັດຖະຫຼົ່ມ ກວມ 14-1 ສົ່ງຜົນໃຫ້ ທີມຊາດຍິງລາວ ເກັບ 9 ຄະແນນຢຶດອັນດັບ 2 ຂອງກຸ່ມ A ຜ່ານເຂົ້າຮອບສຸດທ້າຍໄດ້ເປັນຄັ້ງທໍາອິດ.

ຢ່າງໃດກໍຕາມ, ຫຼັງຈົບລາຍການດັ່ງກ່າວ ເກມມີ ໄດ້ຮັບບາດເຈັບໜັກ ຈົນຕ້ອງຜ່າຕັດຫົວເຂົາ ເຮັດໃຫ້ບໍ່ສາມາດໄປແຂ່ງຂັນຮອບສຸດທ້າຍ ໃນລາຍບານເຕະຍິງຊີງແຊັມອາຊີ 2017 ຮຸ່ນອາຍຸບໍ່ເກີນ 16 ປີ ແລະ ຕ້ອງຢຸດຫຼິ້ນບານເຕະດົນພໍສົມຄວນ.

ຫຼ້າສຸດໃນວັນທີ 9 ສິງຫາ 2021 ສະຫະພັນບານເຕະແຫ່ງຊາດລາວ ປະກາດ 34 ນັກເຕະຍິງລາວ ຊຸດໃຫຍ່ ເຂົ້າສູນຝຶກຊ້ອມ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊັມປາຊີ 2022 ຮອບຄັດເລືອກ ລະຫວ່າງວັນທີ 13-25 ກັນຍາ 2021 ເຊິ່ງທີມຊາດລາວ ຢູກຸ່ມ A ຮ່ວມກັບ ໄຕ້ຫວັນ ( ເຈົ້າພາບ ) ແລະ ບາເຣນ ປາກົດວ່າ: ເກມມີ ກໍມີຊື່ 1 ໃນນັ້ນ.

ຫຼັງເຂົ້າຝຶກຊ້ອມກັບທີມຊາດຍິງລາວ ຊຸດໃຫຍ່ ເກມມີ ເປີດເຜີຍວ່າ: ສໍາລັບ ນ້ອງກໍ່ເປັນອີກຄົນໜຶ່ງທີ່ຮັກມັກໃນກີລາບານເຕະ ແລະ ໄດ້ຫຼິ້ນມາແຕ່ນ້ອຍໆ ຈົນໃນປີ 2017 ຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີຮອບຄັດເລືອກ ໄປແຂ່ງຂັນທີ່ປະເທດໄທ ເຊິ່ງນ້ອງກໍສ້າງຜົນງານໂດດເດັ່ນ ຍິງໄປ 8 ປະຕູແຕ່ໜ້າເສຍດາຍໄດຮັບບາດເຈັບຈົນຕ້ອງຜ່າຕັດຫົວເຂົ່າ ແລະ ຕອນນ້ອງເຈັບກະຄິດວ່າຈະບໍ່ເຕະແລ້ວ ແຕ່ສຸດທ້າຍກໍຫ້າມໃຈມັກບໍ່ໄດ້ ພະຍາຍາມຟື້ນຟູຮ່າງກາຍ ແລະ ຝຶກຊ້ອມເບົາໆ ຈົນໃນທີ່ສຸດກໍສາມາດກັບມາໄດ້ ກ່ອນຈະສາມາດກັບມາຄັດເລືອກທີມຊາດລາວ ອີກຄັ້ງ.

“ ນ້ອງຮູ້ສຶກດີໃຈທີ່ສາມາດຕິດ 1 ໃນ 34 ນັກເຕະທີມຊາດຊຸດໃຫຍ່ ຄັ້ງນີ້ ແລະ ເປັນຄັ້ງທໍາອິດທີ່ໄດ້ຕິດທີມຊາດລາວ ຊຸດໃຫຍ່ ແນ່ນອນຄັ້ງນີ້ເປັນສິ່ງທີ່ປະທັບໃຈທີ່ສຸດ, ສ່ວນການຊ້ອມຄັ້ງນີ້ເປັນການຊ້ອມທີ່ໜັກ ເພາະຕ້ອງໄປແຂ່ງຂັນລາຍການໃຫຍ່ ແລະ ເປັນລາຍການທີ່ພວກເຮົາຕັ້ງໃຈໄປແຂ່ງຂັນໃນລານການນີ້, ເຊິ່ງການຊ້ອມທີ່ຜ່ານມາພວກເຮົາມີຄວາມສາມັກຄີ, ມີຄວາມຫວັງຢາກຈະຊະນະໃຫ້ໄດ້ໃນລາຍການ ແລະ ເຊື່ອວ່າທຸກທີມມີຄວາມແຂງແກ່ນ ເຊິ່ງພວກເຮົາຕ້ອງສ້າງທິີມໃຫ້ແຂງແກ່ນຂຶ້ນ ເພືື່ອຕໍ່ກອນກັບຄູ່ແຂ່ງໃຫ້ໄດ້ ” ເກມມີ ກ່າວ.

ສໍາລັບ ເກມມີ້ ເກີດວັນທີ 19 ມີນາ 2002 ທີ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນນັກເຕະຍິງລາວ ທີ່ຊາວລາວທັງປະເທດຮູ້ຈັກໃນປີ 2017 ເມື່ອພາທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 16 ປີສ້າງປະຫວັດສາດເຂົ້າໄປແຂ່ງຂັນໃນຮອບສຸດທ້າຍຂອງບານເຕະຍິງຊີງແຊັມອາຊີ 2017 ໂດຍຢູ່ກຸ່ມ A ຮ່ວມກັບ ສປ ຈີນ, ສ ເກົາຫຼີ ແລະ ໄທ ກ່ອນທີ່ ທີມຊາດລາວ ຈະຕົກຮອບແບ່ງກຸ່ມ.
ຂ່າວ: ຄໍາສອນ; ຮູບ: ສະຫະພັນບານເຕະແຫ່ງຊາດລາວ