ວິທະຍາຄານກົມມະດຳ ມອບເງິນນະໂຍບາຍ ອຸດໜູນ ໃຫ້ແກ່ນາຍທະຫານ

345

ວັນທີ 23 ສິງຫາ 2021 ນີ້ ວິທະຍາຄານກົມມະດຳ ໄດ້ ມອບເງິນຊົດເຊີຍ ແລະ ອຸດໜູນ ໃຫ້ນາຍທະຫານ ທີ່ບໍ່ສາມາດປະກອບສ່ວນໃນການປະຕິບັດໜ້າທີ່ວຽກງານນຳກົມກອງໄດ້ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນໂຮມ ມິ່ງນະຄອນ ຮອງຫົວໜ້າຫ້ອງການເມືອງ , ມີພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຮັບ ທີ່ຮັບເງິນອຸດໜູນ ເຂົ້າຮ່ວມ.


ສະຫາຍ ພັນໂທ ບຸນສີ ວົງນະຄອນ ຫົວໜ້າພະແນກປະກັນສັງຄົມ ວິທະຍາຄານກົມມະດຳ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດ ການເບີກຈ່າຍເງິນອຸດໜູນ ໃຫ້ນາຍທະຫານທີ່ບໍ່ສາມາດປະກອບສ່ວນໃນການປະຕິບັດໜ້າທີ່ວຽກງານໄດ້. ໂດຍອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ, ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ( ສະບັບປັບປຸງ ) ເລກທີ 43/ສພຊ, ລົງວັນທີ 14/ 06/ 2018 ມວດທີ 1 ມາດຕາ 32 , ອີງຕາມຄຳສັ່ງຂອງກະຊວງປ້ອງກັນປະເທດ 675/ກປທ ລົງວັນທີ 28/ 02/ 2019 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ຄຳຮ້ອງຂໍ ຂອງຜູ້ກ່ຽວ ທີ່ບໍ່ສາມາດປະກອບສ່ວນໃນການປະຕິບັດໜ້າທີ່ວຽກງານນຳກົມກອງໄດ້ອີກຕໍ່ໄປ.ດັ່ງນັ້ນ ວິທະຍາຄານກົມມະດຳ ຈິ່ງເຫັນດີອະນຸມັດໃຫ້ນາຍທະຫານຮັບເງິນນະໂຍບາຍອຸດໜູນ ຈຳນວນ 3 ສະຫາຍ, ລວມເປັນເງິນທັງໝົດ 110ລ້ານກວ່າ ກີບ.


ຕອນທ້າຍ ສະຫາຍ ພັນໂທ ບຸນໂຮມ ມິ່ງນະຄອນ ຍັງ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ຮັບເງິນອຸດໜູນຈຳນວນ 3 ສະຫາຍ,ທີ່ໄດ້ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມທັງໄດ້ ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ສູງຂຶ້ນ ແລະພ້ອມກັນ ປະຕິບັດກົດໝາຍບ້ານເມືອງ, ໃຫ້ມີຄວາມເຂັ້ມແຂງ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກ.

ໂດຍ : ຕ່ວນບຸບຜາ ທິບທິດາ