ປະທານສະມາຄົມເຟີນີເຈີລາວ ສະ​ເໜີ​ໃຫ້​ນະ​ຄອນຫຼວງສະ​ໜັບ​ສະ​ໜູນການ​ເຂົ້າ​ເຖິງ​ວັດ​ຖຸ​ດິບ ແລະ ແຫຼ່ງ​ທຶນ

556

ວັນທີ 18 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຄະນະສະມາຄົມເຟີນິເຈີລາວ ( ສຟລ ) ຊຸດທີ IVນຳພາໂດຍທ່ານ ກອງມາລາ ພົມມາໄລ ປະທານ ສຟລ ໄດ້ເຂົ້າຢ້ຽມພົບປະທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ສຳເລັດການຄັດເລືອກໄດ້ຄະນະຊຸດໃໝ່ ແລະ ຫາລືການແກ້ໄຂບັນຫາຂໍ້ຄົງຄ້າໃນຕໍ່ໜ້າ.


ໃນໂອກາດພົບປະດັ່ງກ່າວກ່ອນອື່ນທ່ານ ກອງມາລາ ພົມມະໄລ ໄດ້ລາຍງານໃຫ້ທ່ານເຈົ້າຄອງຊາບວ່າ: ສຟລ ແມ່ນອົງການຈັດຕັ້ງໜື່ງທາງດ້ານທຸລະກິດໄມ້ ຢູ່ພາຍໃຕ້ການຊີ້ນຳຂອງສະພາການຄ້າ ແລະອຸດສະຫະກຳແຫ່ງຊາດ ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍມີສະມາຊິກ 100 ກວ່າໂຮງງານຂອບເຂດທົ່ວປະເທດ ເພື່ອຮັກສາ ແລະ ສົ່ງເສີມສິດຜົນປະໂຫຍດອັນຊອບທຳຂອງສະມາຊິກຕາມກົດໝາຍວາງອອກ ແລະເພື່ອເປັນເສນາທິການໃຫ້ແກ່ອົງການຈັດຕັ້ງຂອງລັດຖະບານທີ່ກ່ຽວຂ້ອງໃນການຄຸ່ມຄອງ ອຳນວຍຄວາມສະດວກ ແລະຊຸກການເຄື່ອນໄຫວຂອງສະມາຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ສົ່ງເສີມໃຫ້ສະມາຄົມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນ.


ພ້ອມນັ້ນທ່ານໄດ້ຖືໂອກາດດັ່ງກ່າວສະເໜີມາຍັງພາກສ່ວນລັດ ໂດຍສະເພາະກໍແມ່ນນະຄອນຫຼວງວຽງຈັນ ໂດຍຜ່ານທ່ານເຈົ້າຄອງ ຈົ່ງໄດ້ໃຫ້ການຊຸກຍູ່ສົ່ງເສີມສະມາຄົມ ເພື່ອໃຫ້ ສຟລ ພັດທະນາຕໍ່ໄປໃນຕໍ່ໜ້າເປັນຕົ້ນແມ່ນ ເລື່ອງວັດຖຸດິບ ( ໄມ້ ) ການເຂົ້າເຖິງວັດຖຸດິບ: ການປະມູນໄມ້ຈາກແຫຼ່ງຕ່າງໆຂອງນະຄອນຫຼວງ; ແຫຼ່ງທຶນ (ການເຂົ້າເຖິງແຫຼ່ງທຶນທົ່ວໄປ/ແຫຼ່ງທຶນສະເພາະທຸລະກິດໄມ້ ດອກເບ້ຍຕ່ຳໄລຍະຍາວ; ສະຖານທີ່ຈັດວາງສະແດງສິນຄ້າ ແລະຕະຫຼາດຈຳໜ່າຍຜະລິດຕະພັນໄມ້; ມາດຕະຖານການຜະລິດໄມ້ເພື່ອສົ່ງອອກ ແລະການຕະຫຼາດທັງພາຍໃນ ແລະຕ່າງປະເທດ.

ຫຼັງຈາກນັ້ນທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະສະມາຄົມເຟີນິເຈີລາວໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສ້າງວຽກເຮັດງານທຳໃຫ້ກັບແຮງງານກຳມະກອນລາວ ແລະ ສ້າງລາຍຮັບໃຫ້ແກ່ລັດຖະບານ ຈາກການສະເໜີຂອງຄະນະ ສຟລ ນະຄອນຫຼວງກໍຈະປະກອບສ່ວນໃຫ້ຮ່ວມມືໃນການພັດທະນາໃນຕໍ່ໜ້າ ໂດຍສະເພາະແມ່ນເລື່ອງແຫຼ່ງທຶນ, ວັດຖຸດິບ ແລະເລື່ອງການຕະຫຼາດ ແຕ່ທັງນີ້ຈະໄດ້ມີການຫາລືກັບພາກສ່ວນທີ່ກ່ຽວຂ້ອງເບື້ອງລັດກ່ອນ.