ກຸ່ມບໍລິສັດ ໂຄລາວ ມອບລົດຕູ້ 5 ຄັນ ແກ່ອົງການປົກຄອງນະຄອນຫຼວງວຽງຈັນ ຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19

667

ພິທີມອບ-ຮັບລົດຮັບໃຊ້ຊົ່ວຄາວ  ໃນວຽກງານຕ້ານພະຍາດໂຄວິດ-19 ຈຳນວນ 5 ຄັນ ພ້ອມນໍ້າມັນລົດມູນຄ່າ 100ລ້ານກີບ ຈາກກຸ່ມບໍລິສັດໂຄລາວ ຈັດຂຶ້ນວັນທີ 18 ສິງຫາ 2021 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ , ຕາງໜ້າມອບຂອງ ທ່ານ ປອ ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ແລະ ກ່າວຮັບຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ; ພ້ອມດ້ວຍຄະນະສະເພາະປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ເຂົ້າຮ່ວມ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກຸ່ມບໍລິສັດ ໂຄລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອລົດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ ນະຄອນຫຼວງວຽງຈັນ ໃນການຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19ເຊິ່ງ ໃນໄລະຜ່ານມາ ທາງບໍລິສັດກໍໄດ້ປະກອບສ່ວນມອບລົດຕູ້ຮັບ ໃຊ້ຊົ່ວຄາວມາແລ້ວຈໍານວນ 10 ຄັນ.

ລົດຈໍານວນດັ່ງກ່າວ ແມ່ນຈະໄດ້ມອບຕໍ່ໃຫ້ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ນໍາໄປໝູນໃຊ້ຢູ່ບັນດາສູນ ແລະ ໜ່ວຍງານຕ່າງໆເຊັ່ນ: ໜ່ວຍງານສັກວັກແຊັງເຄື່ອນທີ່, ໜ່ວຍງານຄວບຄຸມພະຍາດຕິດຕໍ່ (ເກັບຕົວຢ່າງ), ໂຮງໝໍພາກສະໜາມ, ສູນຈໍາກັດບໍລິເວນ ແລະ ຮັບໃຊ້ວຽກງານພາລະທິການ ເຊິ່ງວຽກດັ່ງກ່າວແມ່ນມີຄວາມຈໍາເປັນ ແລະ ສໍາຄັນຫຼາຍ ໃນການນໍາໃຊ້ເຂົ້າໃນວຽກງານສະກັດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ເນື່ອງຈາກສະພາບປັດຈຸບັນ ຍັງເຫັນວ່າການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະວັນ. ສະນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນໃນການນໍາໃຊ້ລົດ ເພື່ອຮັບໃຊ້ວຽກງານດັ່ງກ່າວ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນ.

ສໍາລັບລົດຮັບໃຊ້ຊົ່ວຄາວ ໃນການລຳລຽງຄົນເຈັບ ຈຳນວນ 5 ຄັນ ດັ່ງກ່າວ ຮ່ວມປະກອບສ່ວນເປັນເວລາ 3 ເດືອນ ເຊິ່ງເລີ່ມແຕ່ວັນທີ 18 ສິງຫາ 2021 ຫາ 18 ພະຈິກ 2021.

.