ຮອງລັດຖະມົນຕີກະຊວງການຕ່າງປະເທດລົງຕິດຕາມ ໃຫ້ທິດຊີ້ນຳ ແລະ ວິທີການແກ້ໄຂ ການແຜ່ລະບາດພະບາດໂຄວິດ ຢູ່ສາມຫຼ່ຽມຄຳ

821

ບັນຫາສຳຄັນທີ່ທຸກຄົນຕ້ອງເຝົ້າລະວັງ ແລະ ຮ່ວມໃຈກັນຕ້ານ ແລະ ສະກັດກັ້ນ ໂຄວິດ 19 ໃຫ້ຜ່ານພົ້ນໄປໂດຍໄວ ບໍ່ວ່າຈະເປັນເຂດໃດທີ່ມີຄວາມສ່ຽງ, ເຂດທີ່ຕິດເຊື້ອ ແລະ ສູນ ກັກກັ້ນ ຍິ່ງມີຄວາມທ້າທາຍ,

ໃນຕອນບ່າຍຂອງວັນທີ 13 ສິງຫາ 2021, ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະສະເພາະກິດຂັ້ນສູນກາງ ສົມທົບກັບຄະນະນໍາຂັ້ນແຂວງ ນໍາພາໂດຍ ທ່ານ ເພັງສອນ ແກ້ວວິໄລ ກຳມະການປະຈຳພັກແຂວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານ ພັກ-ພະນັກງານ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມ ຊຸກຍູ້ ວຽກງານເຝົ້າລະວັງສະກັດກັ້ນການແຜ່ລະບາດພະບາດໂຄວິດ-19 ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ພ້ອມໄດ້ລົງກວດກາໂຮງໝໍພາກສະໜາມບ່ອນກັກຕົວຂອງຄົນເຈັບ, ສະຖານທີ່ຊຸມນຸມຂອງແຮງງານມຽມມາ, ໂຮງໝໍທິດຕະເວັນອອກລາວ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ພ້ອມກັນນັ້ນ ທ່ານໝໍໄດ້ລາຍງານຄວາມເປັນມາ ແລະ ມາດຕະການປ້ອງກັນສະກັດກັ້ນຢູ່ໃນຊ່ວງການລະບາດ,

ຈາກນັ້ນໄດ້ເຂົ້າປະຊຸມຢູ່ທີ່ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນກອງປະຊຸມດັ່ງກ່າວ ທາງສະພາໄດ້ລາຍງານກ່ຽວກັບການຊຸມນຸມຂອງແຮງງານມຽນມາ, ການຊຸມນຸມໃນຄັ້ງນີ້ແມ່ນບໍ່ໄດ້ເກີດຄວາມເສຍຫາຍແຕ່ຢ່າງໃດ, ແລະ ພ້ອມນຳສົ່ງແຮງງານມຽນມາກັບສູ່ປະເທດໃຫ້ໄວ້ທີ່ສຸດ.


ໃນທ້າຍກອງປະຊຸມ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ທິດຊີ້ນຳ ແລະ ວິທີການແກ້ໄຂຕໍ່ກັບເຫດການທີ່ເກີດຂຶ້ນຢູ່ພາຍໃນເຂດ.

ພາຍຫລັງສໍາເລັດກອງປະຊຸມ ກໍໄດ້ໄປຢ້ຽມຢາມທ່ຽວຊົມ ການພັດທະນາພາຍໃນເຂດ, ສະຖານທີ່ໂຄງການພັດທະນາກະສິກຳຄົບວົງຈອນ ແລະ ອື່ນໆ ແລ້ວເດີນທາງກັບຫ້ວຍຊາຍ.

ຈາກ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ