ວິທະຍາຄານກົມມະດຳ ປະກາດຊັບຊ້ອນການຈັດຕັ້ງພະນັກງານ ແລະ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

680

ວິທະຍາຄານກົມມະດຳ ໄດ້ຈັດຕັ້ງພິທີປະກາດຊັບຊ້ອນການຈັດຕັ້ງພະນັກງານແລະເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ໃນວັນທີ 13 ສິງຫາ 2021 ນີ້ ໂດຍການເປັນປະທານຂອງທ່ານ  ພັນເອກ ສັນຕິສຸກ ກາງພູວົງ ຫົວໜ້າຫ້ອງວິທະຍາສາດ-ປະຫວັດສາດການທະຫານ ວິທະຍາຄານກົມມະດຳ ມີຄະນະພັກ-ຄະນະບັນຊາ,ຫ້ອງການ,ກອງພັນ ພ້ອມດ້ວຍພະນັກງານ-ນັກຮົບ ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ການເລື່ອນຊັ້ນເຂົ້າຮ່ວມ.


ສະຫາຍ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ໄດ້ຜ່ານຂໍ້ຕົກລົງ ຂອງອຳນວຍການ ວິທະຍາຄານກົມມະດຳ ວ່າດ້ວຍການຊັບຊ້ອນ ພະນັກງານໄປຮັກສາການ ຫົວໜ້າກອງພັນ,ຮອງການທະຫານ,ຫົວໜ້າພະແນກ,ຮອງພະແນກ,ຫົວໜ້າກອງຮ້ອຍ ແລະ ຮອງກອງຮ້ອຍ,ຢູ່ພາຍໃນ ແລະ ພະນັກງານທີ່ຮຽນຈົບຈາກ ສສ ຫວຽດນາມ,ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ່ ມາດຕາ 21 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ .


ຈາກນັ້ນສະຫາຍ ພັນໂທ ອຳພອນ ສີໂສພົດ ຫົວໜ້າພະແນກພະນັງງານ ວິທະຍາຄານກົມມະດຳ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ວິທະຍາຄານ ແລະ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ)ໃນພາກທີ II ໝວດທີ 3 ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານໃນນີ້ທຽບຊັ້ນ ຮ້ອຍເອກ ຂຶ້ນພັນຕີ 23 ສະຫາຍ,ເລື່ອນຊັ້ນຮ້ອຍເອກ ຂຶ້ນພັນຕີ ຈຳນວນ 14 ສະຫາຍ,ເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 30 ສະຫາຍ,ທຽບຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 11 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຮ້ອຍໂທ 21ສະຫາຍ, ທຽບຊັ້ນຮ້ອຍຕີຂຶ້ນຮ້ອຍໂທ 8 ສະຫາຍ, ເລື່ອນຊັ້ນວາທີຂຶ້ນຮ້ອຍຕີ 2 ສະຫາຍ, ທຽບຊັ້ນວາທີຂຶ້ນຮ້ອຍຕີ 8 ສະຫາຍ,ລວມທັງໝົດ 117 ສະຫາຍ.


ໂອກາດດຽວກັນນີ້ ຫົວໜ້າຫ້ອງວິທະຍາສາດ-ປະຫວັດສາດການທະຫານ ໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ການເລື່ອນຊັ້ນທຸກສະຫາຍ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມ-ການເມືອງແນວຄິດ ເປັນບັນຫາສຳຄັນ ຖືເອົາວຽກງານວິຊາສະເພາະຂອງຕົນຕາມການຈັດຕັງມອບໝາຍໃຫ້ດ້ວຍໝາກຜົນສູງຖືເອົາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນແໜ້ນໜາ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ແລະ ເປັນໝູ່ຄະນະ.


ຂ່າວ:ວັນນະເລດ ລໍວັນໄຊ, ພາບ:ຂັນທະລີ ທຳມະວົງ