ຈະສົ່ງເສີມຢ່າງຈີງຈັງຕໍ່ການປູກພຶດເຫຼົ່ານີ້ ເພື່ອເສດຖະກິດຂອງຊາດປະຊາຊົນຕ້ອງມີລາຍໄດ້

1305

ທີ່ຜ່ານມາຕົວເລກຈີດີພີບ້ານເຮົາສູງ ແຕ່ປະຊາຊົນຈຳນວນບໍ່ໜ້ອຍຍັງທຸກຍາກ ເມັດເງິນໃນລວມຍອດຜະລິດຕະພັນພາຍໃນບໍ່ທັນກະຈາຍສູ່ປະຊາຊົນ ແຕ່ເປັນຂອງບໍລິສັດຫົວໜ່ວຍທຸລະກິດສ່ວນໃຫຍ່ ເຊິ່ງລັດຖະບານຊຸດນີ້ ທ່ານນາຍົກ ພັນຄຳ ວິພາວັນໄດ້າກ່າວກ່ອນໜ້ານີ້ວ່າ ຕ້ອງແກ້ໄຂໃຫ້ໄດ້ບັນຫາເສດຖະກິດຂອງຊາດກໍ່ຄືຕົວເລກແຫ່ງຊາດຫຼາຍປະຊາຊົນຕ້ອງມີລາຍຮັບນຳ ນັ້ນຄືຕ້ອງສົ່ງເສີມໃຫ້ພໍ່ແມ່ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ.

ເຊິ່ງໃນວາລະແຫ່ງຊາດໄດ້ລະບຸໄວ້ ຈະກະຈາຍລາຍໄດ້ສູ່ຊຸມຊົນຕ້ອງກຳນົດຈຸດສຸມ ແລະເບິ່ງທ່າແຮງລວມເຖິງຕະຫຼາດທີ່ມີຢູ່ປູກຫຍັງມີຫຍັງທີ່ຂາຍໄດ້ມີຕະຫຼາດຮອງຮັບແລ້ວ ໂດຍສະເພາະແມ່ນທີ່ຕິດພັນກັບເສັ້ນທາງລົດໄຟລາວ-ຈີນ.


ຫຼ້າສຸດທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ໄດ້ລາຍງານໃນວັນທີ 6 ສິງຫານນີ້ວ່າ: ປະຈຸບັນນີ້ຂະແໜງກະສິກຳ ແລະ ປ່າໄມ້ ກຳລັງເລັ່ງຊຸກຍູ້ການສົ່ງອອກສິນຄ້າກະສິກໍາ-ສັດລ້ຽງທີ່ໄດ້ມີສັນຍາລົງນາມກັບປະເທດຄູ່ການຄ້າ ໂດຍສຸມໃສ່ຕະຫຼາດ ສປ ຈີນ ການສົ່ງອອກສິນຄ້າກະສິກໍາທີ່ໄດ້ ກໍານົດຢູ່ໃນບັນຊີພືດ ແລະ ຜະລິດຕະພັນພືດທີ່ມີເປັນບູລິມະສິດ ສໍາລັບເຈລະຈາເປີດຕະຫຼາດ ກັບ ສປ ຈີນ ແລະ ປະເທດໃກ້ຄຽງສໍາລັບສິນຄ້າກະສິກໍາຂອງ ສປປ ລາວ.

ສຳລັບສິນຄ້າກະສິກຳທີ່ໄດ້ຕົກລົງສັນຍາ ກັບປະເທດຄູ່ການຄ້າ ສປ ຈີນ ແລ້ວນັ້ນນັ້ນ ມີຈໍານວນທັງຫມົດ 07 ພືດ ເຊິ່ງປະກອບມີ: ເຂົ້າ, ມັນຕົ້ນ, ມັນດ້າງ, ສາລີ, ຫມາກໂມ, ກ້ວຍ ແລະ ພືດຕະກູນຖົ່ວ. ແລະນອກຈາກນີ້ ຍັງປະກອບມີ ສັດໃຫຍ່ເຊັ່ນ: ງົວ, ຄວາຍ, ໄດ້ເຊັນ ກັບ ສສ ຫວຽດນາມ 16 ພືດ (ມີບັນຊີສະເພາະ) ແລະ ຣາຊະ ອານາຈັກໄທ 15 ພືດ (ມີບັນຊີສະເພາະ).

ໃນ 6 ເດືອນຕົ້ນປີ 2021 ສໍາລັບພືດໄດ້ ສົ່ງອອກ ແລ້ວ ທັງຫມົດ 2,57 ລ້ານໂຕນ, ມູນຄ່າ 524 ລ້ານກວ່າ ໂດລາສະຫະລັດແລະ ສັດໃຫຍ່ ທັງຫມົດ 2.689 ໂຕ, ມູນຄ່າ 4,8 ລ້ານ ໂດລາສະຫະລັດ, ເຖິງຢ່າງກໍ່ຕາມ ກະຊວງກະສິກໍາ ແລະ ປ່າໄມ້ ຈະສືບຕໍ່ເຈລະຈາ ແລະ ເຊັນອານຸສັນຍາກັບ ສປ ຈີນ ຕື່ມອີກ 06 ຊະນິດພືດ (ພືດຕະກຸນຫມາກກ້ຽງ, ຫມາກຫນອດ ແລະ ຢາສູບ), ກັບ ໄທ ຈໍານວນ 05 ຊະນິດພືດ (ຫມາກມັງກອນ, ຫມາກນັດ, ເປືອກຕົ້ນຢາສູບ, ຫມາກສະຕໍ ເບີຣີ ແລະ ແກ່ນຖົ່ວດິນ) ແລະ ກັບ ສສ ຫວຽດນາມ.

/>

ສໍາລັບພືດບຸລິມະສິດ ທີ່ຈະສະເຫນີ ເປີດຕະຫຼາດໃຫມ່ຈໍານວນ 91 ພືດ, ໃນນີ້, ມີຈໍານວນ 14 ພືດ ໄດ້ສໍາເລັດການວິໄຈ ຄວາມສ່ຽງສັດຕູພືດ ແລະ ໄດ້ສົ່ງ ໃຫ້ຝ່າຍ ສປ ຈີນ ແລ້ວ; ສໍາລັບສັດ ສືບຕໍ່ເຈລະຈາ ຜະລິດຕະພັນຊີ້ນ ໃຫ້ສໍາເລັດ ເພື່ອຮອງຮັບໃຫ້ແກ່ຜູ້ປະກອບການ ທີ່ໄດ້ເຊັນສັນຍາສົ່ງ ອອກແລ້ວ ຈໍານວນ 20 ພັນໂຕນຕໍ່ປີ.

ແຕ່ນີ້ຮອດທ້າຍປີ 2023 ພວກເຮົາຈະສຸມໃສ່ຈັດຕັ້ງປະຕິບັດ ໃນເຂດ ຈຸດສຸມບຸລິມະສິດ ໂດຍສະເພາະແມ່ນເຂດຕາມແລວທາງລົດໄຟ ລາວ-ຈີນ ແລະ ບັນດາ ແຂວງທີ່ມີທ່າແຮງ ແລະ ມີຖານການຜະລິດສໍາລັບພືດແຕ່ລະຊະນິດແລ້ວ, ຊຶ່ງປະຈຸບັນ ມີ ໂຄງການສະຫນັບສະຫນູນ 07 ໂຄງການສໍາລັບປູກພືດ ນອກນັ້ນຍັງມີໂຄງການສະຫນັບສະ ຫນູນຈາກ ທະນາຄານເອດີບີ, ທະນາຄານໂລກ ແລະ 02 ໂຄງການສໍາລັບການລ້ຽງສັດ; ປະຈຸບັນສ້າງສະຖານີກັກກັນສັດໄດ້ແລ້ວ ຈໍານວນ 02 ແຫ່ງ.