ສປຊ ຊີ້ໂລກຮ້ອນ ເປັນພາວະສຸກເສີນຂອງມະນຸດຊາດ

303

ຄະນະກຳມາທິການລະ ຫວ່າງລັດຖະບານດ້ານການປ່ຽນແປງດິນຟ້າອາກາດ ( IPCC ) ພາຍໃຕ້ການຄຸ້ມຄອງຂອງອົງການອຸຕຸນິຍົມວິທະຍາໂລກ ( WMO ) ແລະ ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ( UNEP ) ໄດ້ເຜີຍແຜ່ບົດລາຍງານກ່ຽວກັບ “ ວິທະຍາສາດກາຍະພາບຂອງສະພາບອາກາດໂລກ ແລະ ວິເຄາະທິດທາງຂອງສະຖານະການໃນອະນາຄົດ ”.

ບົດລາຍງານຂອງ IPCC ລະບຸວ່າ: ວິກິດດ້ານສະພາບອາກາດທີ່ໂລກກຳລັງປະເຊີນໃນຂະນະນີ້ “ ເປັນຜົນພວງມາຈາກພຶດຕິກຳ ຫຼື ສີມືຂອງມະນຸດ ” ທີ່ສົ່ງຜົນກະທົບຕໍ່ພື້ນດິນ, ນ້ຳ ແລະ ພື້ນມະຫາສະໝຸດ ເຊິ່ງໃຊ້ຖ້ອຍຄຳທີ່ກົງກັບຄວາມເປັນຈິງຫຼາຍທີ່ສຸດ ເມື່ອທຽບກັບບົດລາຍງານກ່ອນໜ້ານີ້ທີ່ໃຊ້ຄຳສັບ ທີ່ລະບຸວ່າມີ ຄວາມເປັນໄປໄດ້ສູງທີ່ກິດຈະກຳດ້ານອຸດສາຫະກຳ ເປັນປັດໄຈສຳຄັນເຮັດໃຫ້ເກີດພາວະໂລກຮ້ອນ.

ທັງນີ້, ໃນທາງທິດສະດີນັ້ນ ຄື້ນຄວາມຮ້ອນຮຸນແຮງມັກຈະເກີດຂຶ້ນໃນໂລກນີ້ ທຸກໆ 50 ປີ ແຕ່ປັດຈຸບັນໄດ້ເກີດຖີ່ຂຶ້ນຄື ທຸກ 1 ທົດສະວັດ, ອິດທິພົນຂອງພາຍຸໃນແຕ່ລະພູມີພາກມີຄວາມຮຸນແຮງເພີ່ມຂຶ້ນ, ຫຼາຍພື້ນທີ່ເກີດມີຝົນຕົກ ແລະ ຫິມະຕົກຫຼາຍກວ່າຄວນຈະເປັນ, ໄພແຫ້ງແລ້ງເກີດຖີ່ຂຶ້ນຫຼາຍກວ່າ 1,7 ເທົ່າ, ສ່ວນລະດູການໄຟປ່າຍາວນານ ແລະ ຮຸນແຮງກວ່າປົກກະຕິ, ຂະນະທີ່ທານນ້ຳກ້ອນໃນມະຫາສະໝຸດອາກຕິກ ຄາດວ່າອາດຈະລະລາຍຫາຍໄປທັງໝົດໄວທີ່ສຸດໃນປີ 2050, ປັດຈຸບັນພູມີພາກແຫ່ງນີ້ກຳລັງປະເຊີນກັບສະພາວະໂລກຮ້ອນຫຼາຍທີ່ສຸດໃນອັດຕາທີ່ໄວຂຶ້ນຢ່າງໜ້ອຍ 2 ເທົ່າ.

ຂະນະທີ່ປະລິມານນ້ຳທະເລຢູ່ໃນໂລກຈະເພີ່ມຂຶ້ນໂດຍສະເລ່ຍ 2 – 3 ແມັດ ຫຼື ອາດຈະຫຼາຍກວ່ານັ້ນ ເຊິ່ງຫາກມະນຸດບໍ່ຮ່ວມມືກັນຮັບມືກັບສະພາບການປ່ຽນແປງດິນຟ້າອາກາດໃຫ້ດີ ອາດປະເຊີນກັບການປັ່ນປ່ວນຂອງສະພາບອາກາດ ແລະ ລະດັບນ້ຳທະເລໃນໂລກຈະສູງຂຶ້ນ ແລະ ອາດຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງມວນມະນຸດຊາດໃນອີກ 100 ປີຂ້າງໜ້າ.