ທະນາຄານອິນໂດຈີນ ຈັດງານສົນທະນາ ກ່ຽວກັບການສົ່ງເສີມ ການຄ້າຂາຍອອນລາຍ ແລະ ການຊຳລະເງິນຜ່ານຊ່ອງທາງດິຈິຕອນໃນລາວ

1182

ທະນາຄານອິນໂດຈີນ ໜຶ່ງໃນທະນາຄານເອກະຊົນແຖວໜ້າໃນລາວ ທັງເປັນຜູ້ນໍາການຕະຫຼາດໃນຂົງເຂດທະນາຄານທຸລະກິດ, ທັງເປັນຜູ້ສົ່ງເສີມ ແລະ ອອກນະໂຍບາຍຕ່າງໆ ເພື່ອຂັບເຄື່ອນທຸລະກິດໃນລາວ ໄດ້ຈັດເວທີພົບປະສົນທະນາກ່ຽວກັບການສົ່ງເສີມການຄ້າທາງອອນລາຍ ແລະ ການຊໍາລະເງິນຜ່ານຊ່ອງທາງດິຈິຕອນຢູ່ພາຍໃນລາວ ຂຶ້ນໃນວັນທີ 30 ກໍລະກົດທີ່ຜ່ານມາ.

ພາຍໃນງານທະນາຄານອິນໂດຈີນ ໄດ້ນໍາສະເໜີທາງເລືອກການຊໍາລະທີ່ທັນສະໄໝ ພ້ອມແນວທາງແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ເຊິ່ງການຊຳລະຂອງທະນາຄານອິນໂດຈີນ ບໍ່ພຽງແຕ່ສາມາດຊຳລະດ້ວຍສະກຸນເງິນກີບ ແຕ່ຍັງສາມາດຊໍາລະດ້ວຍບັດສາກົນຕ່າງໆ ເຊັ່ນ: ບັດວີຊ່າ ແລະ ບັດຢູນຽນເພ ຍິ່ງພິເສດດ້ວຍຄ່າທຳນຽມການບໍລິການທີ່ຕໍ່າ ເຊິ່ງຈະເປັນທາງອອກທີ່ຈະຊ່ວຍສົ່ງເສີມການຄ້າທາງອອນລາຍ ແລະ ການຊຳລະເງິນຜ່ານຊ່ອງທາງດິຈິຕອນໃນລາວ ໃຫ້ກ້າວໄປໄດ້ໄວຂຶ້ນ.

ທ່ານ ເຕຮົງເຮັງ ຜູ້ອຳນວຍການໃຫຍ່ທະນາຄານອິນໂດຈີນ ກ່າວວ່າ: “ ທະນາຄານອິນໂດຈີນ ໃຫ້ຄວາມສຳຄັນກັບ ຄວາມຊື່ສັດ ແລະ ໂປ່ງໃສ ເປັນອັນດັບໜຶ່ງ ຮວມເຂົ້າກັບນະວັດຕະກຳ ພວກເຮົາມີຄວາມພູມໃຈນຳສະເໜີລະບົບການຊຳລະສະສາງອອນລາຍ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ການຄ້າຂາຍຮູບແບບດິຈິຕອນຂອງຜູ້ບໍລິໂພກຊາວລາວ. ແນວໃດກໍຕາມ, ໃນປະເທດລາວເຮົາກໍຍັງປາສະຈາກບໍ່ໄດ້ເຖິງອຸປະສັກຕ່າງໆໃນການເຂົ້າເຖິງການຄ້າຂາຍອອນລາຍ ເຊັ່ນ: ການເພິ່ງພາເງິນສົດຫຼາຍເກີນໄປ ແລະ ການຂາດຄວາມເຊື່ອໝັ້ນໃນການໃຊ້ຈ່າຍແບບອອນລາຍ ”.

ເວທີເສວະນາໃນຄັ້ງນີ້ເປັນກຽດເຂົ້າຮ່ວມໂດຍ: ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າແຫ່ງກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ທັນຍາລັດ ຈະເລີນສຸກ ຜູ້ອໍານວຍການ ບໍລິສັດ ເດລີເວີຣີຮີໂຣ ລາວ ຈຳກັດຜູ້ດຽວ ( ຟູດແພນດ້າ ), ທ່ານ ຊະວິນໂຣດ ກິດເຣືອງໂຊດ ຜູ້ອຳນວຍການອີຄອມເມີດ ກຸ່ມບໍລິສັດໂຊກໄຊ, ທ່ານ ອິນປອນ ບຸນຄຳປຣະສົງ ນັກຍຸດທະສາດດ້ານເຕັກໂນໂລຊີ ທະນາຄານອິນໂດຈີນ ແລະ ແຂກຖືກເຊີນຈາກຫຼາຍພາກສ່ວນໃນແວດວົງການຄ້າຂາຍອອນລາຍ ແລະ ຫົວໜ່ວຍທຸລະກິດໃນວົງການໄອທີໃນລາວເຂົ້າຮ່ວມ.

ປະເດັນໃນການສົນທະນາປຶກສາຫາລືແລກປ່ຽນບົດຮຽນ ແມ່ນກ່ຽວກັບກົດລະບຽບທີ່ກຳນົດໂດຍທະນາຄານແຫ່ງປະເທດລາວ, ສະພາບທ່າອ່ຽງການຄ້າຂາຍອອນລາຍໃນລາວ, ອຸປະສັກທີ່ຫຼາຍຝ່າຍກຳລັງປະເຊີນໜ້າ ແລະ ຮ່ວມສະເໜີແນວທາງການພັດທະນາຮ່ວມກັນ.

May be an image of 1 person and standing

ທ່ານ ສຸລິສັກ ທຳນຸວົງ ກ່າວວ່າ: ໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດນີ້ ເຫັນວ່າຈໍານວນຜູ້ໃຊ້ຈ່າຍທາງອອນລາຍໄດ້ເພີ່ມສູງຂຶ້ນຢ່າງຊັດເຈນ ເມື່ອກ່າວເຖິງແອັບພລິເຄຊັນທີ່ໃຊ້ການຊຳລະສະສາງລະຫວ່າງປະເທດ ທ່ານໄດ້ໃຫ້ຮູ້ວ່າ: ມີການໃຊ້ບໍລິການຊ່ອງທາງຈາກຕ່າງປະເທດ ເຊິ່ງແນ່ນອນວ່າມັນຄຽງຄູ່ໄປກັບຄ່າບໍລິການທີ່ສູງຕາມມາ. ແນວໃດກໍຕາມ, ທ່ານໄດ້ຮຽກຮ້ອງໃຫ້ຊົມໃຊ້ບໍລິການຈາກຜູ້ສະໜອງຢູ່ພາຍໃນ.

ກົມສົ່ງເສີມການຄ້າ ແມ່ນໄດ້ມີຄວາມພະຍາຍາມຢ່າງສູງໃນການເຮັດວຽກຢ່າງຫ້າວຫັນກັບຜູ້ຜະລິດທ້ອງຖິ່ນ ເພື່ອຍົກລະດັບຄຸນນະພາບຂອງສິນຄ້າ ແລະ ຊອກຫາຕະຫຼາດໃໝ່ໆ; ທ່ານ ໄຊສົມເພັດ ນໍລະສິງ ໄດ້ກ່າວເຖິງການເປີດຕົວຊ່ອງທາງການຄ້າຂາຍທາງອອນລາຍໃນອະນາຄົດ ເພື່ອສົ່ງເສີມການຂາຍທັງພາຍໃນ ແລະ ລະຫວ່າງປະເທດໃນຕໍ່ໜ້ານີ້ ກົມສົ່ງເສີມການຄ້າແມ່ນຈະຍັງສືບຕໍ່ເຜີຍແຜ່ແນວທາງການສະໜັບສະໜູນດ້ານການຄ້າຂາຍທາງອອນລາຍ ເຊິ່ງຈະມີສ່ວນຊ່ວຍຫົວໜ່ວຍທຸກລະກິດໃນທ້ອງຖິ່ນເປັນຢ່າງດີ.

ຟູດແພນດ້າ ແລະ ໂຊກໄຊ ຜູ້ໃຫ້ບໍລິການທີ່ຫຼາກຫຼາຍ ແລະ ໂດດເດັ່ນໃນຕະຫຼາດລາວ, ທ່ານ ນາງ ທັນຍາລັດ ຈະເລີນສຸກ ໄດ້ກ່າວເຖິງຄວາມໃສ່ໃຈໃນທຸກຂັ້ນຕອນ ເພື່ອມອບປະສົບການທີ່ໜ້າປະທັບໃຈໃນການໃຊ້ງານແອັບຄັ້ງທຳອິດ ນັບຕັ້ງແຕ່ເວລາທີ່ສັ່ງຊື້ສິນຄ້າ, ການຈັດສົ່ງສິນຄ້າ ແລະ ການຊຳລະເງິນ. ໃນຮູບແບບການຊຳລະເງິນນີ້ແມ່ນຕ້ອງມຸ່ງໄປຫາການຊຳລະແບບດິຈິຕອນຫຼາຍກວ່າການຈ່າຍດ້ວຍເງິນສົດ ຫຼື QR ຕອນທີ່ຮັບເຄື່ອງ ເພາະມັນຈະເວົ້າເຖິງຄ່າໃຊ້ຈ່າຍໃນການດຳເນີນການເຫຼົ່ານັ້ນເຊັ່ນກັນ.

ໃນຂະນະທີ່ ບໍລິສັດໂຊກໄຊ ທີ່ມີການໃຫ້ບໍລິການທີ່ຫຼາກຫຼາຍ ແຕ່ກໍຍັງໄດ້ໃຫ້ຄວາມສຳຄັນສູງ ແລະ ກະຕືລືລົ້ນໃນການຂະຫຍາຍການຮ່ວມມືກັບຄູ່ຮ່ວມທຸລະກິດ, ທ່ານ ຊະວິນໂຣດ ກິດເຣືອງໂຊດ ກ່າວວ່າ: ດ້ວຍແນວຄິດນີ້ພວກເຮົາໄດ້ຮ່ວມມືກັບຟູດແພນດ້າ ໃນການຈັດສົ່ງສິນຄ້າສຳລັບຫົວໜ່ວຍທຸລະກິດຄ້າຂາຍອອນລາຍ ແລະ ພວກເຮົາກໍຍັງຄົງແນມຫາຜູ້ໃຫ້ບໍລິການການຊຳລະເງິນທີ່ແທດເໝາະເຊັ່ນກັນ.

 

ເມື່ອພິຈາລະນາເຖິງຄວາມ “ ແທດເໝາະ ” ສຳລັບທຸລະກິດ ທ່ານ ອິນປອນ ບຸນຄຳປຣະສົງ ໄດ້ແນະນຳເຖິງເຈົ້າຂອງທຸລະກິດ ແລະ ຜູ້ດຳເນີນການແພຼັດຟອມ ເມື່ອໃດທີ່ມີການຕັດສິນໃຈເຊື່ອມຕໍ່ກັບລະບົບການຊຳລະສະສາງ ຂໍໃຫ້ພິຈາລະນາເຖິງຄວາມປອດໄພເປັນຫຼັກ ເຊັ່ນວ່າ: ການປະຕິບັດຕາມ PCI-DSS, ຈຳນວນຊ່ອງທາງການຊຳລະຂອງຜູ້ໃຫ້ບໍລິການໃນແພຼັດຟອມນັ້ນໆ ແລະ ຄ່າທຳນຽມຂອງການໃຫ້ບໍລິການ.

ເມື່ອຜູ້ດຳເນີນລາຍການໄດ້ຖາມເຖິງຄຳຄິດເຫັນຈາກທະນາຄານ ແຫ່ງ ສປປ ລາວ, ທ່ານ ສຸລິສັກ ທຳນຸວົງ ເນັ້ນໜັກວ່າ: ເໜືອສິ່ງອື່ນໃດ ໜ່ວຍງານທີ່ຄຸ້ມຄອງເບິ່ງແຍງດູແລ, ເວລາໃດກໍມີຄວາມຫ່ວງໃຍກ່ຽວກັບຄວາມປອດໄພ, ການຄຸ້ມຄອງຜູ້ບໍລິໂພກ, ການປະຕິບັດຕາມກົດລະບຽບ ແລະ ຄຸ້ມຄອງຢ່າງມີປະສິດທິພາບ.

ໃນຕໍ່ໜ້າທະນາຄານອິນໂດຈີນ ຫວັງຢ່າງຍິ່ງວ່າຈະໄດ້ສ້າງກິດຈະກຳລັກສະນະນີ້ຂຶ້ນອີກ ເພື່ອສົ່ງເສີມການມີສ່ວນຮ່ວມການຄ້າຂາຍທາງອອນລາຍ ແລະ ການຊຳລະແບບດິຈິຕອນໃຫ້ຫຼາຍຂຶ້ນ, “ ພວກເຮົາເຊື່ອໝັ້ນວ່າ ເມື່ອທະນາຄານ, ຜູ້ໃຫ້ບໍລິການຮ້ານຄ້າ ແລະ ເຈົ້າຂອງແພຼັດຟອມ ເຮັດວຽກຮ່ວມກັນ ເຮົາຈະສາມາດເອົາຊະນະອຸປະສັກໄປດ້ວຍກັນ ”, ທ່ານ ເຕຮົງເຮັງ ກ່າວ.