ລັດຖະມົນຕີກະຊວງ ອຸດສາຫະກາ ແລະ ການຄ້າ ຕອບຄຳຊັກຖາມ ສສຊ ກ່ຽວກັບມາດຕະການຊຸກຍູ້ການຜະລິດສິນຄ້າສົ່ງອອກ

1090

ກະຊວງກະຊວງອຸດສາຫະກາ ແລະ ການຄ້າ ໄດ້ວາງຄາດໝາຍສູ້ຊົນ ໃຫ້ມູນຄ່າການສົ່ງອອກ ຂະຫຍາຍຕົວ 8-10% ແຕ່ປີ 2021-2025 ໂດຍໄດ້ສຸມໃສ່ການອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າ ໂດຍສະເພາະສິນຄ້າກະສິກຳ; ສົ່ງເສີມ ແລະ ພັດທະນາອຸດສາຫະກໍາ ທີ່ມີທ່າແຮງ. ສ່ວນການສົ່ງອອກ 6 ເດືອນຕົ້ນປີ 2021 ຂະຫຍາຍຕົວ33% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.


6 ເດືອນຕົ້ນປີ 2021 ມູນຄ່າການສົ່ງອອກ ຂອງສປປລາວ ເພີ່ມຂຶ້ນ 33% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.
ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 5 ສິງຫາ 2021 ຜ່ານມາ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກາ ແລະ ການຄ້າ (ອຄ) ໄດ້ຂຶ້ນຕອບຄຳຊັກຖາມ ແລະ ການປະກອບຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ທີ່ໄດ້ຍົກຂຶ້ນ, ຕໍ່ກັບບົດປະກອບຄໍາເຫັນຂອງ ຄະນະປະຈຳສະພາແຫ່ງຊາດ ຕິດພັນກັບການສະເໜີໃຫ້ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າສົ່ງອອກ ທີ່ມີຕະຫຼາດຮອງຮັບແລ້ວ.


ທ່ານ ຄໍາແພງ ໄຊສົມແພງ ກ່່າວວ່າ: ໃນໄລຍະຜ່ານມາ ສະພາບການສົ່ງອອກ ຂອງ ສປປ ລາວ ໂດຍລວມຖືວ່າຍັງຢູ່ໃນເກນປົກກະຕິ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ສະເລ່ຍແລ້ວເພີ່ມຂຶ້ນປະມານ 12% ຕໍ່ປີ. ເຖິງຢ່າງໃດກໍຕາມ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະທໍາອິດ ໄດ້ສົ່ງຜົນກະທົບເຮັດໃຫ້ມູນຄ່າການສົ່ງອອກ ປີ 2020 ມີທ່າອ່ຽງຫຼຸດລົງເລັກໜ້ອຍ ແຕ່ໂດຍລວມແລ້ວແມ່ນເຫັນວ່າເພີ່ມຂຶ້ນ. ສໍາລັບ 6 ເດືອນຕົ້ນປີ 2021(ເດືອນ 1-6) ມູນຄ່າການສົ່ງອອກ ແມ່ນເພີ່ມຂຶ້ນສູງສົມຄວນ ປະມານ 27% (ສົ່ງອອກເພີ່ມຂຶ້ນ 33% ແລະ ນໍາເຂົ້າເພີ່ມຂຶ້ນ 20%) ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.


ກະຊວງ ອຄ ໄດ້ວາງຄາດໝາຍສູ້ຊົນເພື່ອເຮັດໃຫ້ມູນຄ່າການສົ່ງອອກ ຂະຫຍາຍຕົວ 8-10% ໃນແຕ່ລະປີສໍາລັບ 2021-2025 ເພື່ອປະກອບສ່ວນເຮັດໃຫ້ບັນລຸຄາດໝາຍດັ່ງກ່າວ, ກະຊວງ ອຄ ແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າ ໂດຍສະເພາະສິນຄ້າກະສິກຳ ເຖິງແມ່ນວ່າໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ຂະບວນການສົ່ງອອກ. ພ້ອມດຽວກັນ ກໍໄດ້ສືບຕໍ່ພະຍາຍາມຊອກຫາຕະຫຼາດ ເພື່ອຮອງຮັບໃຫ້ແກ່ສິນຄ້າພາຍໃນ ເຊິ່ງເມື່ອບໍ່ດົນຜ່ານມານີ້ ກໍໄດ້ປະສານສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບບໍລິສັດເອກະຊົນພາຍໃນ ໃນການຈັດການເຊັນບົດບັນທຶກຮ່ວມກັນກັບບໍລິສັດຍັກໃຫຍ່ຈາກ ສປ ຈີນ ເພື່ອຮັບຊື້ການສົ່ງອອກ 9 ລາຍການສິນຄ້າກະສິກໍາຂອງ ສປປ ລາວ, ນີ້ກໍເປັນອີກວຽກໜຶ່ງທີ່ສາມາດຮັບປະກັນຕະຫຼາດໃຫ້ແກ່ຜູ້ຜະລິດ ນອກຈາກໂກຕ້າການສົ່ງອອກງົວ ແລະ ເຂົ້າທີ່ໄດ້ຮັບຈາກ ສປ ຈີນ ມາກ່ອນໜ້ານີ້.


ທ່ານລັດຖະມົນຕີ ໃຫ້ຮູ້ຕື່ມອີກວ່າ: ຜ່ານມາຮອດປັດຈຸບັນ, ກະຊວງ ອຄ ພາຍໃຕ້ການໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດ ເພື່ອຊຸກຍູ້ສົ່ງເສີມໃຫ້ມີການສົ່ງອອກສາລີ ຈາກແຂວງອຸດົມໄຊ, ສົ່ງອອກຊາ ແຂວງຜົ້ງສາລີ ແລະ ສົ່ງອອກເຂົ້າ ຂອງແຂວງຫຼວງນ້ຳທາ ເຊິ່ງເຫັນວ່າການຈັດຕັ້ງປະຕິບັດແມ່ນມີຄວາມຄືບໜ້າພໍສົມຄວນ. ພາຍໃຕ້ໂຄງການການຜະລິດກະສິກໍາເປັນສິນຄ້າພາຍໃຕ້ຄວາມຮັບຜິດຊອບຂອງຂະແໜງ ອຄ ແມ່ນຢູ່ໄດ້ສຸ່ມໃສ່ເລັ່ງການຊຸກຍູ້ ສົ່ງເສີມຊ່ວຍເຫຼືອ ຜູ້ປະກອບການໂຮງສີເຂົ້າ, ໂຮງສາລີເພື່ອປັບປຸງຄຸນນະພາບ ແລະ ຍົກລະດັບຂອງໂຮງສີຕ່າງໆໃນກຸ່ມເປົ້າໝາຍຂອງໂຄງການເພື່ອກ້າວສູ່ມາດຕະຖານສາກົນເທື່ອລະກ້າວ ທັງນີ້ກໍເພື່ອສ້າງຄວາມສາມາດໃນການແຂ່ງຂັນ. ພ້ອມກັນນັ້ນ ພາຍໃຕ້ໂຄງການດັ່ງກ່າວກໍໄດ້ປັບປຸງ ແລະ ສ້າງບັນດາລະບຽບການ ເພື່ອອຳນວຍໃຫ້ແກ່ການຮັບໃຊ້ວຽກງານຜະລິດກະສິກຳ ແລະ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສິນຄ້າກະສິກໍາ ເຊິ່ງສາມາດເຮັດສຳເລັດຂໍ້ຕົກລົງວ່າດ້ວຍການລົບລ້າງການຂໍອະນຸຍາດນຳເຂົ້າລົດແທັກເຕີ້, ສຳເລັດເບື້ອງຕົ້ນຖານຂໍ້ມູນສິນຄ້າກະສິກຳ, ການສ້າງກາໝາຍຄຸນນະພາບສິນຄ້າ ແລະ ອື່ນໆ.


ນອກຈາກນີ້, ກະຊວງ ອຄ ພາຍໃຕ້ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ຍັງໄດ້ເນັ້ນໃສ່ທ່າແຮງບົ່ມຊ້ອນ ໃນ 8 ອຸດສາຫະກໍາເປົ້າໝາຍ ທີ່ຈະສຸມໃສ່ຊຸກຍູ້ສົ່ງເສີມເປັນພິເສດ ລວມທັງອຸດສາຫະກໍາຂະໜາດນ້ອຍ ແລະ ກາງ ແລະ ອຸດສາຫະກຳແບບຄອບຄົວ ເພື່ອໃຫ້ບັນລຸເປົ້າໝາຍ ເຮັດໃຫ້ຈຳນວນໂຮງງານໃຫ້ກຸ່ມອຸດສາຫະກຳທ່າແຮງ ເພີ່ມຂຶ້ນສະເລ່ຍ 5% ຕໍ່ປີ, ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນສະເລ່ຍ 8-10% ຕໍ່ປີ. ຍົກລະດັບອຸດສາຫະກໍາປຸງແຕ່ງ, ຜະລິດຕະພັນເຄິ່ງສໍາເລັດຮູບໃຫ້ກ້າວຂຶ້ນເປັນອຸດສາຫະກຳປຸງແຕ່ງຜະລິດຕະພັນສຳເລັດຮູບ. ການສົ່ງເສີມ ແລະ ພັດທະນາອຸດສາຫະກໍາ ທີ່ມີທ່າແຮງ ແລະ ສະໜັບສະໜູນນີ້ ໄດ້ແບ່ງເປັນ 2 ກຸ່ມຄື: ສົ່ງເສີມ ແລະ ພັດທະນາກຸ່ມອຸດສາຫະກໍາທີ່ມີຢູ່ໃນປັດຈຸບັນ ປະກອບມີ: ອຸດສາຫະກຳປຸງແຕ່ງອາຫານ ແລະ ເຄື່ອງດື່ມ; ອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ; ອຸດສາຫະກຳວັດສະດຸກໍ່ສ້າງ; ອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກຳ (ທີ່ບໍ່ແມ່ນສະບຽງອາຫານ) ແລະ ປ່າໄມ້.

ພ້ອມທັງສົ່ງເສີມ ແລະ ພັດທະນາອຸດສາຫະກຳທີ່ມີທ່າແຮງໃໝ່ ປະກອບມີ: ອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ ແລະ ເຄມີອຸດສາຫະກຳ, ລວມທັງໂຮງກັ່ນນ້ຳມັນ; ອຸດສາຫະກຳເຄື່ອງໃຊ້ໄຟຟ້າ ແລະ ຊິ້ນສ່ວນເອເລັກໂຕຣນິກ; ອຸດສາຫະກຳພາຫະນະ ແລະ ກົນຈັກຮັບໃຊ້ກະສິກຳ; ອຸດສາຫະກຳສິ່ງພິມ ແລະ ເຄື່ອງຫຸ້ມຫໍ່.