ລັດຖະມົນຕີກະຊວງ ອຸດສາຫະກຳ​ ແລະ​ ການຄ້າ​ ສປປລາວ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ​

822

​ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ​ ແລະ​ ການຄ້າ​(ອຄ​) ພ້ອມດ້ວຍຄະນະ​ ໄດ້ຕ້ອນຮັບ ຄະນະຜູ້ແທນ ສສ ຫວຽດນາມ​ ນຳໂດຍ ທ່ານ ຫງວຽນ ຫົງ ຢຽນ​ ລັດຖະມົນຕີ ກະຊວງ​ອຸດສາຫະກຳ​ ແລະ​ ການຄ້າ​ ສສ ຫວຽດນາມ​ ໃນວັນທີ​ 9​ ສິງຫາ​ 2021​ ທີ່ກະຊວງ​ອຸດສາຫະກຳ​ ແລະ​ ການຄ້າ​ ໃນໂອກາດ ທ່ານ ຫງວຽນ ຫົງ ຢຽນ ພ້ອມຄະນະເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສ ປປ ລາວ ໃນລະຫວ່າງວັນ ທີ 9-10 ສິງຫາ​ 2021​ ນີ້.

ໃນໂອກາດດັ່ງກ່າວ ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຫງວຽນ ຫົງ ຢຽນ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ​ ຄັ້ງນີ້ ເຊິ່ງເປັນມິດໝາຍສຳຄັນເຂົ້າໃນການປະກອບສ່ວນເສີມສ້າງ ສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກແບບພິເສດ ລະຫວ່າງລາວ-ຫວຽດນາມ ເວົ້າລວມເວົ້າ,​ ສະເພາະກໍຄືສອງກະຊວງ ອຸດສາຫະກຳ ແລະ ການຄ້າລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.​

ການພົບປະຄັ້ງນີ້ຍັງໄດ້ສົນທະນາກ່ຽວກັບວຽກງານການຮ່ວມມືກັນໃນຕໍ່ໜ້າໂດຍສະເພາະການຈັດຕັ້ງປະຕິບັດບັນດາສັນຍາຂອງສອງກະຊວງໄດ້ລົງນາມຮ່ວມກັນ​ ກໍຄືການສຸມໃສເພື່ອເຮັດແນວໃດໃຫ້ສອງປະເທດພວກເຮົາສາມາດບັນລຸເປົ້າໝາຍມູນຄ່າການຄ້າທີ່ວາງໄວ້​ ກໍຄືໃຫ້ເພີ່ມຂຶ້ນ​ 10% ຕໍ່ປີ ຫຼື ເພີ່ມຂຶ້ນປະມານ 93​ ລ້ານໂດລາຕໍ່ປີ ເຊິ່ງເຫັນວ່າມີຫຼາຍບັນຫາທີ່ຈະຕ້ອງໄດ້ມີການເຮັດວຽກຮ່ວມກັນ ລະຫວ່າງບັນດາກົມວິຊາການຂອງສອງຝ່າຍເພື່ອໃຫ້ບັນລຸເປົ້າໜາຍທີ່ວາງໄວ້.​

ພ້ອມນັ້ນ,​ ທ່ານລັດຖະມົນຕີກະຊວງ ອຄ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ​ ສສ​ ຫວຽດນາມ​ ຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ​ ລາວ​ ໃນຄັ້ງນີ້ອີກດ້ວຍ.​

ໂອກາດ​ດັ່ງກ່າວ, ທ່ານ ຫງວຽນ ຫົງ ຢຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງ ອຄ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ພ້ອມນີ້ໄດ້ລາຍງານ ຈຸດປະສົງໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ​ ລາວ​ ໃນຄັ້ງນີ້ໃຫ້ທ່ານໄດ້ຮັບຊາບຕື່ມອີກ.

.

.

ຂ່າວ: ສັນຕິ,​ ພາບ: ສອນໄຊ