ສະຖາບັນເຕີບໂຕສີຂຽວໂລກ ມອບເຄື່ອງມືອຸປະກອນ ໃຊ້ເຂົ້າໃນການກວດສອບພະລັງງານ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ

552

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2021 ທີ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີ ມອບ-ຮັບເຄື່ອງມືອຸປະກອນເພື່ອນໍາໃຊ້ເຂົ້າໃນການກວດສອບພະລັງງານຢ່າງມີປະສິດທິພາບໃນຂົງເຂດດອຸດສາຫະກໍາ ຂອງ ສປປລາວ. ຈໍານວນເຄື່ອງດັ່ງກ່າວປະກອບມີ 26ລາຍການ ລວມມູນຄ່າ 9.824,02 ໂດລາສະຫະລັດ ທີ່ໄດ້ຮັບການຊ່ວຍເຫລືອຈາກສະຖາບັນເຕີບໂຕສີຂຽວໂລກ ( GGGI ).


ຕາງຫນ້າມອບໂດຍ ທ່ານ Mr. Christophe Assicot ຮອງຫົວຫນ້າສະຖາບັນເຕີບໂຕສີຂຽວໂລກ ປະຈໍາ ສປປລາວ ( GGGI ) ແລະ ຮັບໂດຍທ່ານ ບົວວັນ ວິລະພົງ ຫົວຫນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ໂດຍມີ ທ່ານ ຄໍາຟອງ ສຸລິວັນ ຮອງຫົວຫນ້າກົມອຸດສະະກໍາ ແລະ ຫັດຖະກໍາ, ຄະນະສູນການຜະລິດທີ່ສະອາດລາວ ແລະ ຄະນະພະແນກການຕ່າງໆພາຍໃນກົມອຸດສາຫະກໍາ ແລະ ຫັດຖະກໍາ ເຂົ້າຮ່ວມເປັນສັກຂີພິຍານ.


ພາຍຫລັງທີ່ມີການມອບ-ຮັບອຸປະກອນທັງ 26ລາຍການແລ້ວ ຜູ້ຕາງຫນ້າຈາກ ສະຖາບັນເຕີບໂຕສີຂຽວໂລກ ( GGGI ) ກໍໄດ້ມີການສາທິດ ການນໍາໃຊ້ອຸປະກອນເຫລົ່ານັ້ນດ້ວຍວິທີ່ທີຖືກຕ້ອງ ເພື່ອການນໍາໃຊ້ໃຫ້ມີປະສິດທິພາບສູງສຸດ ເຊິ່ງປະກອບມີ: ກ້ອງວັດແທກຄວາມຮ້ອນ, ເຄື່ອງເກັບຂໍ້ມູນວັດແທກຄວາມຮ້ອນ, ເຄື່ອງວັດແທກກະແສໄຟຟ້າ, ເຄື່ອງເກັບຂໍ້ມູນກະແສໄຟຟ້າ, ເຄື່ອງວັດແທກຄວາມເຂັ້ມຂອງແສງ, ເຄື່ອງວັດແທກອຸນຫະພູມ, ເຂັມວັດແທກອຸນຫະພູມ.

ເຂັມວັດແທກອຸນຫະພູມພື້ນຜິວເຄື່ອງຈັກ, ເຄື່ອງວັດແທກຄວາມເຂັ້ມຂອງລົມ, ເຄື່ອງວັດແທກໄລຍະແບບແສງເລເຊີ, ຖົງມືຢາງກັນໄຟຟ້າ, ຖົງມືຜ້າກັນໄຟຟ້າ, ແວ່ນຕາໃສ, ຫນ້າກາກກັນສະເກັດໄຟ, ເສື້ອກັນໄຟຟ້າ, ອຸປະກອນສາກຫມໍ້ໄຟ, ຫົວຕໍ່ສາກໄຟຟ້າ, ເຄື່ອງວັດແທກຄຸນນະພາບພະລັງງານ, ເຄື່ອງວັດແທກອຸນຫະພູມ ແລະ ຄວາມຊຸ່ມ, ເຄື່ອງວັດແທກຄວາມຊຸ່ມຂອງໄມ້, ເຄື່ອງວັດແທກການໄຫລຂອງອາກາດ, ເຄື່ອງບັນທຶກພະລັງງານໄຟຟ້າ, ຫົວເຊື່ອມແຂ້ວປາ ຕໍ່ໃສ່ເຄື່ອງບັນທຶກໄຟຟ້າ, ເຄື່ອງວັດແທກຫມໍ້ແປງໄຟ, ສາຍໄຟເຊື່ອມຕໍ່ໃສ່ຫມໍ້ແປງໄຟກັບເຄື່ອງວັດແທກ ແລະ ເຄື່ອງວັດແທກການເຜົາໄຫມ້.


ຫລັງຈາກຊົມ ແລະ ທໍາຄວາມເຂົ້າໃຈວິທີການໃນການນໍາໃຊ້ອຸປະກອນທັງຫມົດແລ້ວ ທ່ານ ສົມຟອງ ສຸລິວັນ ຮອງຫົວຫນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ຕາງຫນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກ່າວສະແດງຄວາມຂອບໃຈ ຕໍ່ການສະຫນັບສະຫນູນອຸປະກອນເພື່ອນໍາໃຊ້ເຂົ້າໃນການກວດສອບພະລັງງານຢ່າງມີປະສິດທິພາບໃນຄັ້ງນີ້ວ່າ: ທາງກົມອຸດສາຫະກໍາ ແລະ ຫັດຖະກໍາ ຈະພະຍາຍາມແຕ່ງຕັ້ງບຸກຄົນທີ່ຈະມາຮັບຜິດຊອບ ອຸປະກອນດັ່ງກ່າວເພື່ອເປັນການຮັກສາອຸປະກອນໃຫ້ດີ ແລະ ເປັນປະໂຫຍດໃນການນໍາໃຊ້ສູງສຸດ ເຊິ່ງເປົ້າຫມາຍຫລັກກໍຄື ການນໍາພາໂຮງຈັກ, ໂຮງງານ ໃນເລື່ອງຂອງການປະຫຍັດພະລັງງານໃຫ້ໄດ້ໃນອະນາຄົດ ເຊິ່ງຈະພະຍາມເຮັດໃຫທີ່ສຸດ ເພາະສະນັ້ນໃນນາມຕາງຫນ້າໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາແມ່ນຂໍຂອບໃຈ ມາຍັງທີມງານຂອງ ( GGGI ) ໃນການສະຫນັບສະຫນູນ ແລະ ຫວັງວ່າຈະໄດ້ຮ່ວມມືກັນຕະຫລອດໂຄງການໃຫ້ຈົບ ແລະ ສາມາດສືບຕໍ່ໂຄງການອື່ນໆຕື່ມອີກໃນອະນາຄົດ.

 

ຂ່າວ-ພາບ: ຈັນນະພາ