ຮອງປະທານທຸລະກິດ ລາວ – ໄທ ສະເໜີລັດຖະບານ ມີມາດຕະການຊ່ວຍຜູ້ປະກອບການດ້ານກະສິກໍາ

1248

ກອງປະຊຸມທຸລະກິດລາວ ຄັ້ງທີ 13 ທີ່ຈັດຂຶ້ນໃນວັນທີ 28 ກໍລະກົດ 2021 ພາກລັດ – ທຸລະກິດໄດ້ພ້ອມກັນປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດມາດຕະການຊຸກຍູ້ການດໍາເນີນທຸລະກິດໃນປະເທດໃນໄລຍະຜ່ານມາ ພ້ອມຍົກບັນຫາທີ່ຍັງເປັນສິ່ງທ້າທາຍ ເພື່ອຫາແນວທາງແກ້ໄຂໃຫ້ທຸລະກິດລາວມີການເຕີບໃຫຍ່ຂະຫຍາຍຕົວທ່າມກາງວິກິດການລະບາດພະຍາດໂຄວິດ – 19.
ໂອກາດດັ່ງກ່າວ, ທ່ານ ທໍານອງ ພົນທອງມາກ ຮອງປະທານສະພາທຸລະກິດ ລາວ – ໄທ, ປະທານ ບໍລິສັດ ຊີພີລາວ ໄດ້ຂຶ້ນລາຍງານວ່າ: ບົດບາດຂອງການລົງທຶນຕ່າງປະເທດ ໃນໄລຍະວິກິດໂຄວິດ – 19 ທີ່ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ເປັນຕົ້ນແມ່ນ:

1. ສະໜັບສະໜູນສິນຄ້າກະສິກໍາປູກຝັງ – ລ້ຽງສັດ ວັດຖຸດິບນໍາເຂົ້າ, ວັດຖຸອຸປະກອນ ກ່ຽວຂ້ອງກັບການຜະລິດ ຄວນສົ່ງເສີມຍົກເວັ້ນພາສີໃນທຸກລາຍການ ແລະ ລາຄາໃຫ້ເປັນໄປຕາມກົນໄກຕະຫຼາດ ເພາະມີຄວາມສ່ຽງຫຼາຍຈາກຄວາມຜັນຜວນ ຕົ້ນທຶນ, ວັດຖຸດິບ, ໂລກລະບາດ, ລາຄາຂາຍເປັນຕົ້ນ.

2. ບັນຫາການຂົນສົ່ງ ລະຫວ່າງປະເທດທີ່ເກີດຂຶ້ນໃນໄລຍະວິກິດໂຄວິດ – 19 ຮອບໃໝ່ ຂ້ອນຂ້າງຕິດຂັດ ເຮັດໃຫ້ປັດຈຸບັນການຂົນສົ່ງລະຫວ່າງປະເທດ ບໍ່ສະດວກ ແລະ ເປັນອຸປະສັກໃນການດໍາເນີນທຸລະກິດ, ປັດຈຸບັນຜູ້ປະກອບການຢູ່ລະຫວ່າງການປັບຕົວໃນປະເດັນບັນຫາດັ່ງກ່າວ ແລະ ຍິນດີໃຫ້ຄວາມຮ່ວມມືກັບພາກລັດ ໃນການປ້ອງກັນບັນຫາຈາກໂຄວິດ – 19 ແຕ່ຂໍໃຫ້ພາກລັດມີມາດຕະການຜ່ອນຄາຍ ຫຼື ໃຫ້ຄວາມຊ່ວຍເຫຼືອ ເພື່ອໃຫ້ການດໍາເນີນທຸລະກິດເປັນໄປຢ່າງປົກກະຕິ.

3. ຂໍໃຫ້ພິຈາລະນາເປີດດ່ານສໍາລັບການນໍາເຂົ້າ – ສົ່ງອອກສິນຄ້າລະຫວ່າງປະເທດ ໄດ້ແກ່:
– ຈຸດຜ່ອນປົນການຄ້າບ້ານແຈ່ມປ່ອງ ອໍາເພີວຽງແກ່ນ ຈັງຫວັດຊຽງຣາຍ.
– ຈຸດຜ່ານແດນຖາວອນ ອໍາເພີຊຽງຄານ ຈັງຫວັດໜອງຄາຍ.
– ຈຸດຜ່ອນປົນການຄ້າບ້ານມໍ່ ອໍາເພີສີຊຽງໃໝ່ ຈັງຫວັດໜອງຄາຍ.
– ຈຸດຜ່ານແດນຖາວອນ ທ່າເຮືອໜອງຄາຍ ອໍາເພີເມືອງຈັງຫວັດໜອງຄາຍ.
– ຈຸດຜ່ານແດນຖາວອນ ທ່າທຽບເຮືອນະຄອນພະນົມ ອໍາເພີເມືອງຈັງຫວັດນະຄອນພະນົມ.
– ຈຸດຜ່ານແດນຖາວອນ ທ່າທຽບເຮືອມຸກດາຫານ ອໍາເພີເມືອງຈັງຫວັດມຸກດາຫານ.

4. ຄ່າເງິນກີບ ແລະ ການແລກເງິນຕາຕ່າງປະເທດ.

ຄ່າເງິນກີບຜັນຜວນ ແລະ ມີທ່າອ່ຽງອ່ອນຄ່າຕໍ່ເນື່ອງ ສົ່ງຜົນກະທົບຕໍ່ຜູ້ປະກອບການນໍາເຂົ້າສິນຄ້າມາຈໍາໜ່າຍທີ່ບໍ່ສາມາດປັບລາຄາໃຫ້ສະທ້ອນກັບຄ່າເງິນກີບທີ່ອ່ອນຄ່າໄດ້ທັນ.

– ສະພາບຄ່ອງເງິນຕາຕ່າງປະເທດໃນລະບົບທະນາຄານມີໜ້ອຍ ແລະ ມີບໍ່ພໍໃຫ້ຜູ້ປະກອບການແລກໄດ້ ເຮັດໃຫ້ຜູ້ປະກອບການຕ້ອງແລກກັບຮ້ານແລກປ່ຽນເງິນຕາ ເພື່ອຊໍາລະຄ່າສິນຄ້າທີ່ນໍາເຂົ້າແທນ.

/>

/>