ຫຼາຍພາກສ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ແຮງງານຢູ່ສູນຈຳກັດບໍລິເວນ ແຂວງຄຳມ່ວນ

268

ພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ແຮງງານລາວກັບມາຈາກປະເທດໄກ້ຄຽງທີ່ເຂົ້າຢູ່ສູນກັກກັນຕົວ ເພື່ອກວດຫາເຊື້ອໂຄວິດ-19 ຂອງແຂວງຄຳມ່ວນ ໂດຍການນຳພາປຸກລະດົມສົມທົບທຶນຂອງທ່ານ ສີພອນ ຊາລີບູນ ພະນັກງານບຳນານ ອະດີດການນຳຂອງແຂວງຄຳມ່ວນ.

ພິທີຈັດຂຶ້ນໃນຕອນບ່າຍຂອງວັນທີ 06 ສິງຫາ 2021 ທີ່ພະແນກສາທາລະນະສຸກແຂວງ ເຊິ່ງຕາງໜ້າກ່າວຮັບເຄື່ອງດັ່ງກ່າວໂດຍທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີຫົວໜ້າພະແນກສາທາລະນະສຸກແຂວງ ຕະຫຼອດເຖິງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ບັນດາພາກສ່ວນທີ່ໄດ້ນຳເຄື່ອງມາມອບໃນຄັ້ງນີ້ ປະກອບມີຄື: ຄອບຄົວອະດີດການນຳ ແລະ ນັກທຸລະກິດຂອງແຂວງຄຳມ່ວນ ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 40 ລ້ານກວ່າກີບ, ແນວລາວສ້າງຊາດແຂວງຄຳມ່ວນ ແລະ ອົງການພຸດທະສາສະໜາແຂວງຄຳມ່ວນ, ອົງການພຸດທະສາສະໜາແຂວງຫຼວງພະບາງ ລວມມູນຄ່າ 7 ລ້ານກວ່າກີບ, ສວນອາຫານ ລະບຽງນໍ້າ 10 ລ້ານກວ່າກີບ, ພະແນກໂຍທາທິການ ແລະ ຂົນສົ່ງ 3 ລ້ານກວ່າກີບ, ພາກສ່ວນແມ່ສາຍບຸນ 3 ລ້ານກວ່າກີບ, ສະຫະພັນແມ່ຍິງແຂວງ 1 ລ້ານກີບ, ທ່ານ ພົມມາ ພັນທະລັງສີ 1 ລ້ານກີບ.

ທ່ານ ຄຳມອນ ບຸນໂຈມເຮືອງສີ ພະນັກງານບຳນານ 700.000 ກີບ ເຊິ່ງເຄື່ອງທີ່ນຳມາບໍລິຈາກໃນຄັ້ງນີ້ປະກອບມີ: ປະເພດນໍ້າດື່ມ, ປາກະປ໋ອງ, ໝີ່ໄວໆ, ກາເຟ, ເຂົ້າສານ, ເຈວລ້າງມື, ຜ້າປິດປາກ ລວມມີມູນທັງໝົດ ເກືອບ 70 ລ້ານກີບ.

ຈຳນວນເຄື່ອງດັ່ງກ່າວແມ່ນຈະໄດ້ນຳໄປມອບຕໍ່ໃຫ້ແກ່ຈຳນວນແຮງງານທີ່ເຂົ້າຈຳກັດບໍລິເວນ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ຢູ່ຕາມສູນຕ່າງໆຂອງແຂວງ ເພື່ອປະກອບສ່ວນບັນເທົາທຸກ ແລະ ເປັນຂວັນກຳລັງໃຈໃຫ້ແກ່ແຮງງານຢູ່ສູນກັກກັນໃຫ້ສາມາດຜ່ານຜ່າວິກິດການດັ່ງກ່າວ ແນໃສ່ເຮັດໃຫ້ເຂົາເຈົ້າຕັ້ງໃຈປະກອບສ່ວນ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນດີຂຶ້ນ.