4 ສິງຫາ ພົບຜູ້ຕິດເຊື້ອໂຄວິດໃໝ່ 290 ຄົນຕິດໃນຊຸມຊົນ 7 ຄົນ

474

ອົງການອະນາໄມໂລກລາຍງານວ່າ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງມີລັກສະນະທີ່ເພີ່ມທະວີໃນການແຜ່ເຊື້ອຢ່າງບໍ່ຢຸດຢັ້ງ ໂດຍສະເພາະໃນໄລຍະ 6 ອາທິດທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນກວ່າ 2 ເທົ່າ, ໃນຂະນະທີ່ ສປປ ລາວ ວັນທີ 4 ສິງຫາ ພົບຜູ້ຕິດເຊື້ອໃໝ່ 290 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມເພີ່ມເປັນ 7.305 ຄົນ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ແລະ ໃນໂລກ ປະຈຳວັນທີ 4 ສິງຫາ 2021 ວ່າ: ສະພາບການລະບາດພະຍາດໂຄວິດ ຢູ່ ສປປ ລາວ, ມາຮອດວັນທີ 3 ສິງຫາຜ່ານມາ ໄດ້ກວດວິເຄາະທັງໝົດ 2.696 ຄົນ, ໃນນັ້ນ, ກວດພົບຜູ້ຕິດເຊື້ອໃໝ່ 290 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 7 ຄົນຄື: ນະຄອນຫຼວງວຽງຈັນ 1 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ສູນຈຳກັດບໍລິເວນ), ແຂວງໄຊຍະບູລີ 3 ຄົນ, ສະຫວັນນະເຂດ 2 ຄົນ, ຈຳປາສັກ 1 ຄົນ.

ສຳລັບ ກໍລະນີນໍາເຂົ້າ ມີ 283 ຄົນ ຈາກ ນະຄອນຫຼວງວຽງ 37 ຄົນ, ຄຳມ່ວນ 6 ຄົນ, ສະຫວັນນະເຂດ 92 ຄົນ, ສາລະວັນ 17 ຄົນ ແລະ ຈຳປາສັກ 131 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ ແລະ ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.305 ຄົນ, ເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ 3.620 ຄົນ.


ສ່ວນການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດວັນທີ 3 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 3.804 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ, ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 69 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 10.639 ຄົນ.


ອົງການອະນາໄມໂລກ ໄດ້ມີການຖະແຫຼງວ່າ: ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງມີລັກສະນະທີ່ເພີ່ມທະວີໃນການແຜ່ເຊື້ອຢ່າງບໍ່ຢຸດຢັ້ງ ໂດຍສະເພາະໃນໄລຍະ 6 ອາທິດທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນກວ່າ 2 ເທົ່າ, ຫຼາຍປະເທດ ແມ່ນຍັງປະສົບກັບການລະບາດຮອບໃໝ່ ເຊິ່ງເກີດຈາກສາຍພັນເດວຕ້າ ເຊັ່ນ: ສະຫະລັດອາເມລິກາ ແລະ ບັນດາປະເທດໃນທະວີບຍູໂຣບ ລວມທັງ ບັນດາປະເທດໃນອາຊຽນ; ສຳລັບ ສປ ຈີນ ເຖິງວ່າຕົວເລກຜູ້ຕິດເຊື້ອໃໝ່ລາຍວັນ ຍັງບໍ່ສູງກໍ່ຕາມ ກໍ່ມີການລາຍງານ ພົບກໍລະນີຕິດເຊື້ອໃໝ່ສາຍພັນເດວຕ້າ ຈາກພະນັກງານອະນາໄມຢູ່ສະໜາມບິນໜານຈິງ ເຊິ່ງເປັນສາເຫດ ໃຫ້ມີການແຜ່ເຊື້ອໄປຍັງ 5 ແຂວງ ລວມທັງ ນະຄອນປັກກິ່ງ ເຊິ່ງທາງລັດຖະບານຈີນ ແມ່ນໄດ້ມີການປະຕິບັດມາດຕະການຢ່າງເຂັັ້ມຂຸ້ນ ແລະ ຊອກຄົົ້ນຫາກໍລະນີແບບທ່າບຸກ ເພື່ອຢຸດຕິການລະບາດຄັ້ງນີ້ໂດຍໄວ.