ນາຍົກ ເນັ້ນໜັກໃຫ້ທະນາຄານແຫ່ງສປປລາວ  ເປັນເຈົ້າການນໍາທາງຮັກສາສະຖຽນລະພາບທາງດ້ານເງິນຕາໃຫ້ໝັ້ນທ່ຽງ ເຮັດໃຫ້ອັດຕາແລກປ່ຽນມີຄວາມສະຫງົບ

1500

ກອງປະຊຸມຂະແໜງການທະນາຄານ ປີ 2021 ໄດ້ສໍາເລັດລົງໃນຕອນແລງຂອງວັນທີ 3 ສິງຫາ 2021 ຊຶ່ງດໍາເນີນມາ ເປັນເວລາໜຶ່ງວັນ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ ກໍາມະການ ສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມ ການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ພ້ອມນັ້ນ, ກໍ່ມີບັນດາຄະນະຜູ້ວ່າການ ທຫລ, ຄະນະກົມ/ຄະນະອໍານວຍການທະນາຄານ ທຸລະກິດ/ທະນາຄານສະເພາະກິດ ແລະ ບັນດາຄະນະນໍາຈາກກະຊວງ/ອົງການ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດທີ່ສໍາຄັນນີ້; ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕີລາຄາສູງຕໍ່ ທຫລ ທີ່ເປັນເສນາທິການ ໃຫ້ແກ່ພັກ-ລັດຖະບານ ທີ່ມີຈຸດພິເສດສະເພາະໃນຖານະທະນາຄານກາງຂອງປະເທດ ຖືວ່າເປັນເສົາຫຼັກໃນປະຕິບັດໜ້າທີ່ໃນການຮັກ ສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນ, ຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນລະດັບ ເໝາະສົມ, ບໍ່ສ້າງແຮງກົດດັນໃຫ້ເກີດເງິນເຟີ້ ເພີ່ມຂຶ້ນ, ຄຸ້ມຄອງສິນເຊື່ອຂອງທະນາຄານ ໃຫ້ສອດຄ່ອງກັບຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ, ທຫລ ຍັງມີບົດບາດສໍາຄັນໃນການຄຸ້ມຄອງຄວາມໝັ້ນຄົງຂອງລະບົບສະຖາບັນການເງິນ-ເງິນຕາ ຄືທະນາຄານທຸລະ ກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານປະເພດຕ່າງໆໃຫ້ຮັບປະກັນການເຄື່ອນໄຫວມີມີປະສິດທິຜົນ, ເຂັ້ມແຂງ ແລະ ໝັ້ນ ຄົງ; ແລະ ຄຸ້ມຄອງລະບົບຊໍາລະສະສາງພາຍໃນປະເທດ, ກັບສາກົນໃຫ້ທັນສະໄໝ, ວ່ອງໄວ ປອດໄພ. ທຫລ ຍັງໄດ້ຮັບມອບໝາຍ ຈາກລັດຖະບານໃນການຊີ້ນໍາວຽກງານປິ່ນອອ້ມອື່ນໆ ເປັນຕົ້ນວຽກງານຄຸ້ມຄອງຫຼັກຊັບ, ວຽກງານຕ້ານການຟອກເງິນ ແລະ ອື່ນໆ.


ທ່ານນາຍົກລັດຖະມົນຕີ ຍັງໃຫ້ກຽດຊີ້ນໍາ ບາງຕອນວ່າ: ທຫລ ຕ້ອງເປັນເຈົ້າການນໍາທາງຮັກສາສະຖຽນລະພາບທາງ ດ້ານເງິນຕາໃຫ້ໝັ້ນທ່ຽງ, ໃນນີ້ຕ້ອງເຮັດໃຫ້ອັດຕາແລກປ່ຽນມີຄວາມສະຫງົບ, ຫຼຸດຜ່ອນສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາ ຄານ ແລະ ອັດຕາຄູ່ຂະໜານຂອງຕະຫຼາດ, ຫຼຸດຜ່ອນຄວາມກົດດັນຕໍ່ເງິນເຟີ້ ໄປຄຽງຄູ່ກັບການສ້າງພື້ນຖານການຜະລິດ ແລະ ການ ສົ່ງອອກຢ່າງແຂງແຮງຈາກທົ່ວສັງຄົມ; ຄົ້ນຄວ້າກົນໄກວິທີການກໍານົດອັດຕາແລກປ່ຽນ ທີ່ສ່ອງແສງສະພາບຄວາມຕ້ອງການ ແລະ ການສະໜອງຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ເພື່ອເຮັດໃຫ້ພາກທຸລະກິດການຜະລິດ ສາມາດຄາດຕວງຕົ້ນທຶນການຜະ ລິດ, ລາຄາຂາຍສິນຄ້າ, ການຊໍາລະພັນທະອາກອນຕ່າງໆໄດ້ຊັດເຈນຂຶ້ນ;

 

ສໍາລັບບັນດາທະນາຄານທຸລະກິດ ກໍ່ຕ້ອງເອົາໃຈໃສ່ປະຕິບັດ ຂອບອັດຕາແລກປ່ຽນ ຕາມລະບຽບການທີ່ ທຫລ ກໍານົດອອກແຕ່ລະໄລຍະຢ່າງເຂັ້ມງວດ, ຫຼີກລ່ຽງການສົ່ງສັນຍານ ຫຼື ຊັກຈູງບັນດາ ຮ້ານແລກປ່ຽນກໍ່ຄືສັງຄົມສະເໜີອັດຕາຊື້ຂາຍເງິນຕາຕ່າງປະເທດສູງເກີນຄວາມເປັນຈິງ ອັນພາໃຫ້ບໍ່ມີຄວາມສະຫງົບໃນລະບົບເສດຖະ ກິດ, ປະກອບສ່ວນເຂົ້າໃນການຮັບເອົາບັນດາຮ້ານແລກປ່ຽນມາເປັນຮ້ານແລກປ່ຽນຕົວແທນຂອງທະນາຄານ, ເອົາໃຈໃສ່ແນະນໍານັກ ລົງທຶນກໍ່ຄືຜູ້ສົ່ງອອກ, ແຮງງານຕ່າງດ້າວ ດໍາເນີນການຊໍາລະສະສາງຜ່ານລະບົບທະນາຄານ, ແລກປ່ຽນຊື້-ຂາຍເງິນຕາກັບທະນາຄານ ເປັນກົກ; ສ້າງທຸກເງື່ອນໄຂໃຫ້ກະແສເງິນຕາ ທີ່ໄຫຼວຽນຢູ່ໃນເສດຖະກິດຂອງພວກເຮົາເຂົ້າຜ່ານລະບົບທະນາຄານ, ທັງ ທຫລ ແລະ ທະນາຄານທຸລະກິດ ຕ້ອງຮ່ວມມືກັນເປັນທີມງານອັນດຽວກັນ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ໄດ້, ຈັດສັນຂື້ນ ເຮັດໃຫ້ສໍາເລັດລະບົບ ຮ້ານແລກປ່ຽນເງິນຕາ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບທະນາຄານ. ອີງໃສ່ສະພາບ ເສດຖະກິດຂອງພວກເຮົາໃນໄລຍະຜ່ານມາ ບໍ່ ທັນແຂງແຮງ, ການສົ່ງອອກຍັງອ່ອນນ້ອຍ ສົ່ງຜົນໃຫ້ມີການຂາດດຸນທາງດ້ານການຄ້າ, ການບໍລິການ ແລະ ການໂອນເງິນກັບຕ່າງປະ ເທດຢ່າງຕໍ່ເນື່ອງ. ນອກນັ້ນ, ໜີ້ຕ່າງປະເທດທຽບກັບປະເທດ ທີ່ກໍາລັງພັດທະນາອື່ນກໍ່ຖືວ່າຢູ່ໃນລະດັບສູງພໍສົມຄວນ.


ເພື່ອແກ້ໄຂສະພາບດັ່ງກ່າວ; ລັດຖະບານ ໄດ້ຊີ້ນໍາໃຫ້ສຸມໃສ່ເພີ່ມທະວີການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນ ສິນຄ້າສົ່ງອອກ ເພື່ອສ້າງລາຍຮັບໃຫ້ເຂັ້ມແຂງ. ສະນັ້ນ, ຂະແໜງການທະນາຄານ ຕ້ອງຮູ້ຈັກໝູນໃຊ້ນະໂຍບາຍດັ່ງກ່າວເປັນໂອກາດ ໃຫ້ແກ່ຂະແໜງການທະນາຄານໃນການປັບປຸງບັນດາລະບຽບກົດໝາຍແລະກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ແນໃສ່ສ້າງລະບົບ ການຈັດການຊັບສິນເງິນຕາຕ່າງປະເທດ ທີ່ມີຈໍາກັດນີ້ໃຫ້ເຂົ້າໄປສູ່ການນໍາໃຊ້ທີ່ເປັນບູລິມະສິດສໍາຄັນຂອງປະເທດ ຫຼີກລ່ຽງການນໍາໃຊ້ ເງິນຕາຕ່າງປະເທດແບບຊະຊາຍ, ຟຸ່ມເຟືອຍທີ່ບໍ່ກໍ່ປະໂຫຍດໃຫ້ແກ່ການຜະລິດ ແລະ ສ້າງມູນຄ່າເພີ່ມ; ຕ້ອງຮ່ວມມືກັນຄຸ້ມຄອງກະແສ ເງິນຕາຕ່າງປະເທດຕິດພັນກັບການລົງທຶນ, ການສົ່ງອອກ-ນໍາເຂົ້າ, ເງິນແຮງງານລາຍຢູ່ຕ່າງປະເທດກໍ່ຄືແຮງງານຕ່າງດ້າວ ຢູ່ ສປປລາວ ໃຫ້ມີການເຄື່ອນໄຫວຜ່ານລະບົບທະນາຄານ, ຂາຍເງິນຕາດັ່ງກ່າວໃຫ້ທະນາຄານ ແລະທະນາຄານກໍ່ຕ້ອງສະໜອງໃຫ້ຕາມແຕ່ລະເງື່ອນ ໄຂຢ່າງເໝາະສົມ.

ເຖິງວ່າປະເທດພວກເຮົາ ເປັນປະເທດທີ່ມີການນໍາໃຊ້ຫຼາຍສະກຸນເງິນຕາຢ່າງແຜ່ຫຼາຍແຕ່ໃນໄລຍະກາງ ແລະ ໄລຍະ ຍາວແລ້ວ ສະພາບດັ່ງກ່າວຄວນໄດ້ຮັບການແກ້ໄຂ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ-ເງິນຕາຂອງປະເທດ. ສະນັ້ນ, ໃນ ໄລຍະສະເພາະໜ້ານີ້ ພວກສະຫາຍຈົ່ງຄົ້ນຄວ້າຫັນວິກິດນີ້ເປັນໂອກາດ ເພື່ອສະສົມເງິນຕາຕ່າງປະເທດໃຫ້ເພີ່ມຂຶ້ນ; ຕັ້ງໜ້າແກ້ໄຂບັນ ຫາການບໍລິຫານຄວາມສ່ຽງຂອງສະຖາບັນການເງິນໃຫ້ຢູ່ໃນສະພາບທີ່ດີກວ່າຜ່ານມາ; ໃຫ້ເບິ່ງຄືນນິຕິກໍາ, ກົນໄກ, ເຄື່ອງມືຕ່າງໆ; ຕ້ອງຕັດສິນປັບປຸງປ່ຽນແປງອີຫຼີ, ທະນາຄານຕ້ອງມີກໍາໄລ, ຕ້ອງບໍ່ໃຫ້ຫຼຸບທຶນ ແລະ ຕ້ອງແກ້ໄຂບັນຫາຕ່າງໆໃຫ້ຫຼຸດລົງ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ