ວັນນີ້ ມີກໍລະນີຕິດເຊື້ອໃນຊຸມຊົນ 13 ຄົນ ຈາກ 4 ແຂວງ ແລະ ກໍລະນີນຳເຂົ້າ 237 ຄົນ

24940

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກະແຫຼງຂ່າວປະຈຳວັນທີ 3 ສິງຫາວ່າ: ວັນທີ2 ສິງຫາໄດ້ກວດວິເຄາະທັງໝົດ 1.951 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 250 ຄົນ(ຕິດເຊື້ອໃນຊຖມຊົນ 13 ຄົນ ແລະ ຕິດເຊືື້ອຈາກກໍລະນີນຳເຂົ້າ237ຄົນ)

ກໍລະນີຕິດເຊື້ອໃນຊຸມຊົນ 13 ຄົນ ຄື: ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ),ແຂວງບໍ່ແກ້ວ 4 ຄົນ (ເມືອງຕົ້ນເຜິ້ງ), ແຂວງຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ), ແຂວງສະຫວັນນະເຂດ 4 ຄົນ (ພະນັກງານດ່ານ 1 ຄົນ)


ສຳລັບ ກໍລະນີນໍາເຂົ້າ ມີ 237 ຄົນ ຈາກນະຄອນຫຼວງ 78 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 30 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 16 ຄົນ ແລະ ຈຳປາສັກ 48 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບ ຜູ້ຕິດເຊື້ອໃໝ່ຢູ່ແຂວງວຽງຈັນ 4 ຄົນນັ້ນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ທີ່ເປັນເພດຍິງ ອາຍຸ 53 ປີ ຢູ່ບ້ານນາມອນ ເມືອງວັງວຽງ ແຂວງວຽງຈັນ. ປະຈຸບັນ ພວກກ່ຽວ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.015 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.392 ຄົນ.

ສຳລັບ ສປປ ລາວ ອັດຕາການສັກວັກຊີນ ເຂັມທີ 1 ກວມເອົາ 16,55 % ແລະ ເຂັມທີ 2 ກວມເອົາ 14,05 %. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອສ້າງພູມຄຸ້ມກັນໝູ່ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນເປັນວົງກວ້າງ.